"ການເຊື່ອມໂຍງ ເຊື່ອມຈອດ-ເລື່ອງລາວຂອງຂ້ອຍ ກັບທາງລົດໄຟຈີນ-ລາວ"
2024-01-23 15:47:40      来源:昆明信息港

ໃນປະຫວັດສາດຂອງຊາດລາວເຮົາ ກັບລົດໄຟ ເປັນເລື່ອງລາວມາຫຼາຍສິບປີແລ້ວ ເຊິ່ງໃນສະໄໝຈັກກະພັດລ່າເມືອງຂຶ້ນແບບເກົ່າ (ຝຣັ່ງ) ເຄີຍສ້າງເສັ້ນທາງລົດໄຟໄລຍະສັ້ນໆ ເຂົ້າມາທາງພາກໃຕ້ຂອງລາວ (ບໍລິເວນດອນຄອນ ເມືອງໂຂງ ແຂວງຈໍາປາສັກ) ເຊິ່ງຍັງມີຫົວຈັກລົດໄຟສະໄໝເກົ່າຫຼົງເຫຼືອປະໄວ້ເປັນຫຼັກຖານ ຈົນກາຍເປັນແຫຼ່ງທ່ອງທ່ອງທ່ຽວຂຶ້ນຊື່ລືຊາ ຂອງດອນຄອນ. ຕໍ່ມາໃນປີ 2009 ໄດ້ເປີດນໍາໃຊ້ເສັ້ນທາງລົດໄຟໄລຍະສັ້ນໆພຽງ 3 ກວ່າກິໂລແມັດເທົ່ານັ້ນ ລະຫວ່າງນະຄອນຫຼວງວຽງຈັນ ຫາຈັງຫວັດໜອງຄາຍ (ຣາຊະອານາຈັກໄທ) ຜ່ານຂົວຂ້າມນໍ້າຂອງມິດຕະພາບ 1.

ຈົນມາຮອດທ້າຍປີ 2021 (ວັນທີ 3 ທັນວາ 2021) ເສັ້ນທາງລົດໄຟລາວ-ຈີນ ຂະບວນທໍາອິດ ທີ່ຊື່ "ຂະບວນລ້ານຊ້າງ" ກໍໄດ້ເປີດນໍາໃຊ້ ເຊິ່ງເປັນເສັ້ນທາງໄລຍະຍາວ 400 ກວ່າກິໂລແມັດ ຈາກດ່ານຊາຍແດນລາວ-ຈີນບໍລິເວນແຂວງຫຼວງນໍ້າທາ ຜ່ານແຂວງອຸດົມໄຊ-ແຂວງຫຼວງພະບາງ-ແຂວງວຽງຈັນ ຫານະຄອນຫຼວງວຽງຈັນ. ການເປີດນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ ເປັນການເຊື່ອມໂຍງ ເຊື່ອມຈອດລະຫວ່າງລາວ-ຈີນ, ເປັນເສັ້ນທາງທອງຄໍາລະຫວ່າງລາວ-ຈີນ, ເປັນສັນຍາລັກແຫ່ງສາຍພົວພັນລະຫວ່າງລາວ-ຈີນ ໃນນາມຄູ່ຮ່ວມຊາຕະກໍາອັນດຽວກັນ, ເປັນໜຶ່ງໃນ 147 ປະເທດທົ່ວໂລກ ທີ່ໃຫ້ການສະໜັບສະໜູນ ເພື່ອສືບຕໍ່ຂະຫຍາຍໂຄງການເສັ້ນທາງສາຍໄໝ ໜຶ່ງແລວ ໜຶ່ງເສັ້ນທາງ (One Belt, One Road) (一帶一路) ຂອງຈີນ, ເປັນການເປີດໂອກາດໃຫ້ລາວເປັນປະເທດທາງຜ່ານ ເຊິ່ງລາວບໍ່ມີຊາຍແດນຕິດກັບທະເລສູ່ທະເລ (Land Lock).

ຂ້າພະເຈົ້າ ຊື່ ມີໄຊ ພູນວິໄຊ, ປັດຈຸບັນເປັນຫົວໜ້າພະແນກໂຄສະນາທາງເອເລັກໂທຣນິກ ຢູ່ກົມໂຄສະນາ ຂອງຄະນະໂຄສະນາອົບຮົມສູນກາງພັກ, ໜ້າທີ່ຮັບຜິດຊອບ ຂຽນ-ກວດແກ້ບົດ-ຂ່າວ ໂພສລົງໃນສື່ອອນລາຍ ນັ້ນກໍຄືເພຈ-ເວບໄຊ ວາລະສານໂຄສະນາ ຂອງກົມໂຄສະນາ. ໃນນາມສື່ມວນຊົນ (ນັກຂ່າວ-ນັກຂຽນ) ຢູ່ກົມໂຄສະນາ ຂອງຄະນະໂຄສະນາອົບຮົມສູນກາງພັກ ມີສາຍພົວພັນທີ່ດີ ກັບບໍລິສັດທາງລົດໄຟລາວ-ຈີນ ເຊິ່ງເລີ່ມຕົ້ນຂຶ້ນໃນໄລຍະກ່ອນເປີດນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ ໃນຊ່ວງໄລຍະກາງປີ 2021 ບໍລິສັດທາງລົດໄຟລາວ-ຈີນ ໄດ້ແຈ້ງເຊີນພະນັກງານ ຈາກຄະນະໂຄສະນາອົບຮົມສູນກາງພັກ ໄປທົດລອງຂີ່ລົດໄຟຟຣີ. ຕໍ່ມາ ເມື່ອເລີ່ມເປີດນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ ເປັນຕົ້ນມາ ຂ້າພະເຈົ້າ ກໍໄດ້ເປັນສື່ກາງນໍາສະເໜີຂໍ້ມູນ-ຂ່າວສານ ກ່ຽວກັບການເຄື່ອນໄຫວ ຂອງບໍລິສັດທາງລົດໄຟລາວ-ຈີນ ເລື່ອຍໆ, ເຫດການທີ່ພົ້ນເດັ່ນ ກໍຄືໄດ້ນໍາສະເໜີຂ່າວຕອບໂຕ້ ກະແສການນໍາສະເໜີຂ່າວທີ່ບິດເບືອນບໍ່ເປັນຄວາມຈິງ ການໃສ່ຮ້າຍປ້າຍສີ ຂອງບັນດາສື່ມວນຊົນ ກໍຄືນັກຂ່າວຂອງຫຼາຍສໍານັກຈາກປະເທດໃກ້ຄຽງ ແລະ ນັກຂ່າວຕາເວັນຕົກ ທີ່ມີລະບອບການເມືອງແຕກຕ່າງກັບ 2 ຊາດລາວ-ຈີນພວກເຮົາ ເຊິ່ງຈຸດປະສົງ ເປົ້າໝາຍຂອງພວກເຂົາກໍຄືຢາກສະກັດກັ້ນການຂະຫຍາຍເສັ້ນທາງສາຍໄໝ ໜຶ່ງແລວ ໜຶ່ງເສັ້ນທາງ ຂອງຈີນ.

ສໍາລັບຂ່າວທີ່ພວກເຂົານໍາສະເໜີ ພາຍຫຼັງເປີດນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ ເຊິ່ງເນື້ອໃນຂອງຂ່າວດັ່ງກ່າວນໍາສະເໜີໄປໃນທໍານອງ ທີ່ວ່າ: ລາວ ຈະເປັນເມືອງຂຶ້ນ, ເປັນມົນທົນໜຶ່ງຂອງຈີນ, ລາວ ຈະເປັນໜີ້ຈີນ ຈະຕ້ອງເສຍດິນດອນຕອນຫຍ້າໃຫ້ແກ່ຈີນ ຍ້ອນກູຢືມເງິນມາສ້າງທາງລົດໄຟລາວ-ຈີນ (ກັບດັກໜີ້). ດັ່ງນັ້ນ, ຂ້າພະເຈົ້າໄດ້ນໍາສະເໜີບົດຄວາມອະທິບາຍ-ຊີ້ແຈງ ທີ່ວ່າ: "ຄວາມຈິງກ່ຽວກັບເສັ້ນທາງລົດໄຟລາວ-ຈີນ" ແລະ ບົດຄວາມ"ຜົນປະໂຫຍດທີ່ ສປປ ລາວ ຈະໄດ້ຈາກເສັ້ນທາງລົດໄຟລາວ-ຈີນ"...ໂດຍໄດ້ນໍາສະເໜີອີງໃສ່ບົດສໍາພາດ ຂອງທ່ານ ສົມສະຫວາດ ເລັ່ງສະຫວັດ, ອະດີດກົມການເມືອງສູນກາງພັກ, ອະດີດຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ອະດີດລັດຖະມົນຕີກະຊວງການຕ່າງປະເທດ, ອະດີດປະທານຄະນະກໍາມະທິການກິດຈະການຄວາມສໍາພັນນອກປະເທດ, ອະດີດປະທານ MCFC ແລະ ທີ່ປຶກສາລັດຖະບານ ແຫ່ງ ສປປ ລາວ... ນອກຈາກນັ້ນ, ກໍຍັງໄດ້ອີງໃສ່ບົດຄວາມຂອງ ທ່ານ ສອນສັນ ນໍຍານສະນະ ອະດີດຮອງຫົວໜ້າກົມລົດໄຟລາວ, ກະຊວງໂຍທາທິການ ແລະ ຂົນສົ່ງ ເຊິ່ງເພິ່ນເຄີຍເປັນໜຶ່ງໃນທີມງານເຈົ້າໜ້າທີ່ລາວທີ່ໄດ້ຮັບການແຕ່ງຕັ້ງຈາກທ່ານຮອງນາຍົກລັດຖະມົນຕີໃນເວລານັ້ນ ໃຫ້ປະກອບສ່ວນເຂົ້າໃນການສ້າງສັນຍາແມ່ ຂອງໂຄງການທາງລົດໄຟລາວ-ຈີນ ມາຕັ້ງແຕ່ຕົ້ນ.

ສ່ວນທິດທາງໃນຕໍ່ໜ້າ ເວົ້າລວມ, ເວົ້າສະເພາະ ປີ 2024 ນີ້, ມີຫຼາຍເຫດການສໍາຄັນໃຫຍ່ຫຼາຍເຫດການ ທັງຂອງລາວ ແລະ ຂອງຈີນ, ເປັນຕົ້ນແມ່ນ: ລາວເປີດປີທ່ອງທ່ຽວ ແລະ ເປັນປະທານອາຊຽນ (ວັນທີ 1 ມັງກອນ 2024-ວັນທີ 31 ທັນວາ 2024), ສ່ວນຈີນ ກໍຈະສະເຫຼີມສະຫຼອງວັນຊາດຄົບຮອບ 75 ປີ (ວັນທີ 1 ຕຸລາ 1949-ວັນທີ 1 ຕຸລາ 2024). ຈາກ 3 ເຫດການດັ່ງກ່າວ, ຂ້າພະເຈົ້າໃນນາມສື່ມວນຊົນ ຂອງສື່ອອນລາຍ ເຊິ່ງເປັນສື່ໃໝ່ ທີ່ມີຄວາມທັນສະໄໝ ນໍາສະເໜີຂ່າວໄດ້ວ່ອງໄວ ທັນໃຈ ແລະ ໄດ້ຮັບຄວາມນິຍົມຊົມຊອບ ຈາກຄົນໃນສັງຄົມຍຸກໃໝ່ ຈະສືບຕໍ່ນໍາສະເໜີຂ່າວການເຄື່ອນໄຫວ ກ່ຽວກັບລົດໄຟລາວ-ຈີນ ກັບການທ່ອງທ່ຽວລາວ ເຊິ່ງແນ່ນອນວ່າ: ລົດໄຟລາວ-ຈີນ ຈະປະກອບສ່ວນຊ່ວຍກະຕຸ້ນ ກະຕຸກຊຸກຍູ້ ເຮັດໃຫ້ການເປີດປີທ່ອງທ່ຽວລາວ 2024 ນີ້ ຈະມີນັກທ່ອງທ່ຽວ ຈາກຕ່າງປະເທດ ເວົ້າລວມ, ເວົ້າສະເພາະ ນັກທ່ອງທ່ຽວຊາວຈີນ ເດີນທາງເຂົ້າມາທ່ຽວປະເທດລາວ ໃຫ້ຫຼາຍໆຂຶ້ນກວ່າເກົ່າ. ໃນຂະນະທີ່ ລາວກັບການເປັນປະທານອາຊຽນ ປີ 2024 ນີ້ ເຫັນວ່າຜ່ານມາ ບໍລິສັດທາງລົດໄຟລາວ-ຈີນ ໄດ້ປະກອບສ່ວນ ຊ່ວຍສະໜັບສະໜູນ ການເປັນເຈົ້າພາບທີ່ດີ ໂດຍສະເພາະການຂົນສົ່ງຍານພາຫະນະຮັບໃຊ້ກອງປະຊຸມເຈົ້າໜ້າທີ່ອາວຸໂສຂົນສົ່ງອາຊຽນ ຄັ້ງທີ 56 ແລະ ກອງປະຊຸມລັດຖະມົນຕີຂົນສົ່ງອາຊຽນຄັ້ງທີ 29 ແລະ ກອງປະຊຸມປິ່ນອ້ອມ ທີ່ນະຄອນຫຼວງພະບາງ ໂດຍການເປັນເຈົ້າພາບຂອງກະຊວງໂຍທາທິການ ແລະ ຂົນສົ່ງ ສປປ ລາວ ໃນໄລຍະຕົ້ນເດືອນພະຈິກ 2023 ທີ່ຜ່ານມາ ເຊິ່ງຂ້າພະເຈົ້າຫວັງວ່າ ບໍລິສັດທາງລົດໄຟລາວ-ຈີນ ຈະສືບຕໍ່ປະກອບສ່ວນ ຊ່ວຍສະໜັບສະໜູນການໝູນວຽນມາຮອດຂອງການເປັນເຈົ້າພາບກອງປະຊຸມອາຊຽນ ແລະ ການເປັນເຈົ້າພາບຈັດກອງປະຊຸມອື່ນໆ ທີ່ສຳຄັນຂອງລາວໃນປີ 2024.

编辑:ມີໄຊ ພູນວິໄຊ 责任编辑:袁艳

广告热线:(0871)65364045  新闻热线:(0871)65390101

24小时网站违法和不良信息举报电话:0871-65390101  举报邮箱:2779967946@qq.com

涉未成年人举报电话:0871-65390101  举报邮箱:2779967946@qq.com

国新网许可证编号:53120170004

增值电信业务经营许可证(ICP):滇B2-20090009