ການເຊື່ອມໂຍງເຊື່ອມຈອດ ເລື່ອງລາວທີ່ຂ້ອຍຮູ້ກ່ຽວກັບລົດໄຟ ລາວ-ຈີນ
2024-01-18 16:37:00      来源:昆明信息港

ສິ່ງທີ່ຂ້ອຍໄດ້ເຫັນ ແລະ ໄດ້ຍິນຈາກ ຄໍາສຸພາສິດຈີນໄດ້ເວົ້າວ່າ:“ ຖ້າຢາກຮັ່ງມີໃຫ້ສ້າງທາງກ່ອນ, ຖ້າຢາກລໍ່າລວຍໃຫ້ສ້າງທາງລົດໄຟ ເມື່ອມີສຽງລົດໄຟດັ່ງຂຶ້ນເງິນຄໍາກໍໄຫລມາເທມາ”. ດັ່ງນັ້ນ, ຄໍາເວົ້້າສຸພາສິດນີ້ ເປັນດັ່ງຄໍາເວົ້າທີ່ມີຄວາມໝາຍ ແລະ ມີເນື້ອໃນທີ່ສຸດ ເຊິ່ງເຮັດໃຫ້ເຫັນ ແລະ ສາມາຮັບຮູ້ໄດ້ວ່າເປັນຄວາມຈິງ ໃນປັດຈຸບັນຢູ່ໃນ ໄດ້ເຫັນຄວາມສໍາຄັນ ໃນການລົງທຶນ ແລະ ການຄ້າໃນທົ່ວໂລກ ເຮັດໃຫ້ບັນດາ ປະເທດຕ່າງໆ ໄດ້ສຸມໃສ່ກໍ່ສ້າງເສັ້ນ ທາງລົດໄຟ ເພື່ອສະດວກສະບາຍໃນການຂົ່ນສົ່ງສິນຄ້າ ແລະ ສາມາດເຊື່ອມໂຍງກັນໃນການລົງທຶນ  ໂດຍສະເພາະ ການກໍ່ສ້າງທາງລົດໄຟທີ່ມີລະບົບລາງລົດໄຟ ທີ່ສາມາດຮັບຮອງນໍ້າໜັກຫຼາຍຂຶ້ນ, ການສ້າງທາງລົດໄຟເປັນການຫຼຸດຜ່ອນການໃຊ້ຈ່າຍໃນການສ້ອມແປງ, ຍ້ອນວ່າລົດໄຟໄດ້ນໍ້າໃຊ້ພະລັງງານໄຟຟ້າຂັບເຄື່ອນແທນນໍ້າມັນ, ພ້ອມກັນນີ້ ໄດ້ມີການປັບປຸງລະບົບການຄ່ຽນຖ່າຍໃຫ້ມີຄວາມສະດວກ, ມີການເຊື່ອມຈອດກັບເສັ້ນທາງລົດ ແລະ ຍິ່ງເຮັດໃຫ້ມີຄວາມປອດໄພສູງ, ບໍ່ມີຜົນກະທົບຕໍ່ສິ່ງແວດລ້ອມ, ຫຼຸດຜ່ອນການສັນຈອນທີ່ແອອັດ ໃນທ້ອງຖະໝົນ, ຄ່າຂົນສົ່ງກໍຖືກ, ໄລຍະເວລາຂົນສົ່ງກໍໄວ, ຂົນສົ່ງໄດ້ຈໍານວນຫຼາຍ, ທັງຮັບປະກັນຕໍ່ກັບເວລາ. 

ນັບແຕ່ລັດຖະບານ ສປປ ລາວ ແລະ ສປ ຈີນ ໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືໃນໂຄງການສ້າງທາງລົດໄຟ ເຮັດໃຫ້ປະຊົນລາວທັງຊາດ ແລະ ນາໆປະເທດ ຈັບຈອງມາທີ່ ສປປ ລາວ, ຍັງເຮັດໃຫ້ຄວາມໄຝ່ຝັນຂອງປະຊາຊົນລາວ ປະກົດຜົນເປັນຈິງ ທີ່ບໍ່ເຄີຍມີລົດໄຟ ແລະ ເຮັດໃຫ້ການຄອງຄອຍຂອງປະຊາຊົນ ທີ່ຈະໄດ້ຂີ່ລົດໄຟເປັນຄັ້ງປະຫວັດນີ້, ສີິ່ງສໍາຄັນແມ່ນຈະເຮັດໃຫ້ ສປປ ລາວ ກາຍເປັນໃຈກາງໃນການເຊື່ອມຈອດກັບບັນດາປະເທດອ້ອມຂ້າງ, ເຮັດໃຫ້ ບໍ່ມີຊາຍແດນຕິດກັບທະເລ ກາຍເປັນປະເທດເຊື່ອມໂຍງ, ເຊື່ອມຈອດກັບບັນດາປະເທດພາກພື້ນ.

ນັບແຕ່ປີ 2016 ໄດ້ລົງມືກໍ່ສ້າງ ແລະ ມາຮອດ ໃນວັນທີ 2 ທັນວາ 2021  ລົດໄຟລາວ-ຈີນ ແມ່ນໄດ້ສໍາເລັດ ແລະ ໄດ້ເປີດຂຶ້ນຢ່າງເປັນທາງການ, ຖ້ຽວຂະບວນລົດໄຟຖ້ຽວທໍາອິດ ທີ່ມີຊື່ວ່າ: ລົດໄພຂະບວນລ້າງຊ້າງ ອັນເຮັດໃຫ້ປະຊາຊົນລາວທັງຊາດ ພິຕິຍິນດີ ແລະ ຊື່ນຊົມຂະບວນລົດໄຟດັ່ງກ່າວ ເຮັດໃຫ້ປະຊາຊົນລາວ, ປະຊາຊົນຈີນ ໄດ້ຊື່ນຊົມຂະບວນການເປີດຖ້ຽວລົດໄຟສາຍປະຫວັດສາດນີ້  ເຊິ່ງພິທີເປີດ ປະທານປະເທດລາວ ພານະທ່ານ ທອງລຸນ ສີສຸລິດ ແລະ ພານະທ່ານ ສີ້ ຈີ້ນຜີ້ງ ປະທານເທດແຫ່ງ ສປຈີນ ໄດ້ສະແດງຄວາມຍິນດີ ແລະ ຮ່ວມເປີດສາຍປະຫວັດສາດນີ້ ເຊິ່ງພານະທ່ານ ທອງລຸນ ສີສຸລິດ ປະທານປະເທດລາວ ໄດ້ກ່າວວ່າ: “ເປັນການສ້າງສັກກະລາດໃໝ່, ເປັນຄວາມເອກອ້າງທະນົງໃຈ ທີ່ເຮັດຄວາມຝັນ, ຄວາມຄອງຄອຍ ຂອງປະຊາຊົນລາວ ປະກົດຜົນເປັນຈິງ, ເປັນສັນຍາລັກທາງປະຫວັດສາດ ທີ່ສໍາຄັນແກ່ສາຍພົວພັນຮ່ວມມື ລະຫວ່າງສອງພັກສອງລັດ ແລະ ປະຊາຊົນສອງຊາດ  ລາວ-ຈີນ  ສປປລາວ ໃຫ້ການສະໜັບສະໜູນຢ່າງຕັ້ງໜ້າ ເຂົ້າຮ່ວມຜັນຂະຫຍາຍຂໍລິເລີ່ມ " ໜຶ່ງແລວໜຶ່ງເສັ້ນທາງ " “一带一路” ຂອງປະທານ ສີ້ ຈີ້ນຜີ້ງ ແລະ ສປປ ລາວ ເປັນຜູ້ໄດ້ຮັບຜົນປະໂຫຍດໂດຍກົງ ໃນຂໍລິເລີ່ມຢ່າງແທ້ຈິງ ໂຄການທາງລົດໄຟລາວ-ຈີນ ເປັນໂຄງການຮ່ວມມືຍຸດທະສາດ ທີ່ສໍາຄັນ, ເປັນກໍາລັງແຮງໃຫ້ແກ່ ສປປ ລາວ ໃນການປະຕິບັດຍຸດທະສາດ ຫັນປະເທດທີ່ບໍ່ມີຊາຍແດນຕິກັບທະເລໄປສູ່ປະເທດເຊື່ອມໂຍງ ແລະ ເຊື່ອມຈອດຂອງພາກພື້ນ” ແລະ ປະທານ ສີ້ ຈີ້ນຜີ້ງ ກໍ່ໄດ້ກ່າວ່າ: “ເສັ້ນທາງລົດໄຟ ຈີນ-ລາວ  ເປັນຂົວຕໍ່ເຊື່ອມຈອດກັບທາງລົດໄຟຈີນ ແຕ່ນະຄອນຄຸນມິງຫານະຄອນຫລວງວຽງຈັນ ຕໍ່ໄປ ພູຜາຈະບໍ່ສູງອີກ, ຫົນທາງຈະບໍ່ຍາວອີກ, ຮ່ວມກັນຮັກສາ ແລະ ນໍາໃຊ້ລົດໄຟໃຫ້ໄດ້ດີ ແລະ ກໍ່ສ້າງພັດທະນາແລວທາງລົດໄຟໃຫ້ໄດ້ດີ ເພື່ອສ້າງເສັ້ນທາງລົດໄຟ ເປັນ "ເສັ້ນທາງເງິນຄໍາ" ນໍາເອົາເອົາຜົນປະໂຫຍດມາຍັງປະຊາຊົນ ທັງສອງຊາດ ເສັ້ນທາງລົດໄຟຈີນ-ລາວ ເປັນສັນຍາລັກແຫ່ງການກໍ່ສ້າງ "ໜຶ່ງແລວໜຶ່ງເສັ້ນທາງ"“一带一路”  ພ້ອມກັນເລັ່ງລັດສ້າງສາສາຍພົວພັນຮ່ວມມື "ໜຶ່ງແລວໜຶ່ງເສັ້ນທາງ" ໃຫ້ແໜ້ນແຟນກວ່າເກົ່າ ແລະ ພ້ອມກັນຊຸກຍູ້ສ້າງຄູ່ຮ່ວມສະຕາກໍາມ່ວນມະນຸດ ອະນາຄົດມິດຕະພາບ ຈີນ-ລາວ ລາວ-ຈີນ ”

ລົດໄຟ ລາວ-ຈີນ ຫລືເອີ້ນວ່າ “ເສັ້ນທາງທອງຄຳ” ຂອງທາງລົດໄຟລາວ-ຈີນ ໄດ້ສະແດງໃຫ້ເຫັນນັບມື້ນັບພົ້ນເດັ່ນຂຶ້ນ ເຊິ່ງເຫັນໄດ້ວ່ານາໆປະເທດ ໄດ້ຄວາມສົນໃຈ ແລະ ມີຜູ້ໂດຍສານ ທີ່ຂຶ້ນລົດໄຟລາວ-ຈີນ ນັບມື້ເພີ້ມຂຶ້ນເປັນຈໍານວນຫລວງຫລາຍ ລວມທັງຂະບວນສິນຄ້າ ໃນການຂົ່ນສົົ່ງ ນັບມື້ມີຫານຂະຫຍາຍຕົວຢ່າງຕໍ່ເນື່ອງ ລົດໄຟ ລາວ-ຈີນ ໄດ້ໃຫ້ຄວາມສໍາຄັນ ຄຸນນະພາບການບໍລິ ການ, ການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ, ທັງຮັບໃຊ້ການໄປມາຂອງປະຊາຊົນຂອງສອງປະເທດໃຫ້ມີຄວາມສະດວກສະບາຍ ແລະ ວ່ອງໄວ,  ຊ່ວຍໃຫ້ການໄຫຼວຽນຂອງຜູ້ໂດຍສານພາຍໃນ ແລະ ຕ່າງປະເທດມີຄວາມລາບລື່ນ ແລະ ໄດ້ຮັບຄວາມພໍໃຈຈາກປະຊາຊົນນັບມື້ຫລາຍຂຶ້ນເທື່ອລະກ້າວ.

ນັບແຕ່ມີເປີດຖ້ຽວຂະບວນລົດໄຟ ແມ່ນໄດ້ຮັບຄວາມນິຍົມຊົມຊອບ ຈາກປະຊາຊົນເປັນຈຳນວນຫລາຍ ເຫັນໄດ້ວ່າມີຜູ້ໂດຍສານໄດ້ມາຊົມໃຊ້ນັບມື້ນັບຫລາຍຂຶ້ນ ການບໍລິການຢູ່ໃນສະຖານີ ແລະ ຢູ່ເທິງລົດໄຟ ໃຫ້ບໍລິການສະດວກສະບາຍ, ສະໜອງການເດີນທາງທີ່ປອດໄພ, ເປັນມິດຕໍ່ສິ່ງແວດລ້ອມ, ວ່ອງໄວ ແລະ ມີຄວາມສະດວກສະບາຍ ໃຫ້ແກ່ປະຊາຊົນສອງຊາດລາວ-ຈີນ ເຊິ່ງຂະບວນ ມີທັງຂະບວນຄວາມໄວສູງ, ມີທັງຂະບວນລົດໄຟທຳມະດາ ເຊິ່ງມາຮອດປະຈຸບັນ ການຂົນສົ່ງຜູ້ໂດຍສານໄດ້ 3.728.000 ເທື່ອຄົນ, ການຂົນສົ່ງ ໜຶ່ງມື້ໄດ້ 10.197 ເທື່ອຄົນ. ນອກນີ້ ເຫັນໄດ້ວ່າທາງລົດໄຟ ຍັງໄດ້ມີເພີ້ມຖ້ຽວເພື່ອຮອງຮັບ ໃຊ້ໃນງານບຸນປະເພນີ ຫລື ເທດສະການຕ່າງໆ ເພື່ອຮອງຮັບຜູ້ໂດຍສານ  ນອກຈາກນັ້ນ ເຫັນໄດ້ເຖິງຄວາມສະດວກສະບາຍ ໃນການບໍລິການປີ້ລົດໄຟ ກໍໄດ້ມີການເປີດນຳໃຊ້ APP ຊື້ປີ້ລົດໄຟ, ເຮັດໃຫ້ຜູ້ມາຊົມໃຊ້ລົດໄຟມີຄວາມວ່ອງໄວ, ສະດວກ ພ້ອມນັ້ນເພີ່ມຊ່ອງທາງການຊຳລະເງິນໃຫ້ມີຄວາມຫຼາກຫຼາຍ, ພ້ອມເພີ່ມຈຸດຂາຍປີ້ໃຫ້ຫລາຍຂຶ້ນ ເພື່ອອຳນວຍຄວາມສະດວກ ໃນການຊື້ປີ້ລົດໄຟ ເຊິ່ງປັດຈຸບັນຂໍ້ມູນການເດີນທາງໂດຍກົງຈາກຄຸນໝິງ ຫານະຄອນຫຼວງວຽງຈັນ ປະຈຸບັນ ປະລິມານຜູ້ໂດຍສານຂ້າມແດນ ມີກວ່າ 93.000 ຄົນ, ຈາກ 72 ປະເທດ ແລະ ເຂດແຄວ້ນ ເຊິ່ງໄດ້ສ້າງຄວາມອໍານວຍຄວາມສະດວກສະບາຍ ໃຫ້ແກ່ປະຊາຊົນໃນການເດີນທາງໄປທ່ອງທ່ຽວ, ສຶກສາ ແລະ ດໍາເນີນທຸລະກິດລະຫວ່າງປະເທດ.

ລົດໄຟ ລາວ-ຈີນ ໄດ້ສ້າງຊ່ອງທາງການຂົນສົ່ງສາກົນລະຫວ່າງ ລາວ-ຈີນ ແລະ ອາຊຽນ ທີ່ມີຄວາມສະດວກສະບາຍ, ຫຼຸດຜ່ອນຄ່າໃຊ້ຈ່າຍໃນການຂົນສົ່ງຢ່າງຫຼວງຫຼາຍ ໄດ້ເພີ້ມຄວາມຕ້ອງການດ້ານການຂົນສົ່ງ ເຮັດໃຫ້ມີທ່າແຮງເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ, ຍົກລະດັບຄວາມສາມາດ ແລະ ປະສິດທິພາບໃນການຂົນສົ່ງ ໃຫ້ກັບປະເທດ,  ເຮັດໃຫ້ບັນດາຜູ້ລົງທຶນ-ການຄ້າ ໄດ້ຮັບການໝັ້ນໃຈການຂົ່ນສົ່ງການຜະລິດສີ້ນຄ້າຕ່າງໆ ເຮັດໃຫ້ການເຊື່ອມຈອດກັບຖານການຜະລິດ ຕົ້ນທາງປາຍທາງສະດວກ ແລະ ວອງໄວ, ທາງລົດໄຟລາວ-ຈີນ ໄດ້ກາຍເປັນຂົວຕໍ່ທີ່ສໍາຄັນ ທີ່ເຊື່ອມຕໍ່ແຫຼ່ງທ່ອງທ່ຽວທີ່ມີຊື່ສຽງຂອງ ລາວ ແລະ ຈີນ, ດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ, ຊ່ວຍຊຸກຍູ້ພັດທະນາການທ່ອງທ່ຽວ ແລະ ເສດຖະກິດຕາມແລວທາງໄດ້ຢ່າງວ່ອງໄວ. ເຮັດໃຫ້ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວ ແລະ ຍັງໄດ້ມີການເປີດໃຊ້ລົດໄຟຂະບວນທ່ອງທ່ຽວແຫ່ງທຳອິດ ຈາກປັກກິ່ງມາລາວ ອັນນີ້ເປັນຈຸດເປີດຂະບວນການທ່ອງທ່ຽວຜ່ານທາງລົດໄຟ ລາວ-ຈີນ;

ເຫັນໄດ້ເຖິງຄວາມສໍາຄັນທີ່ສຸດ ໃນການຄຸ້ມຄອງ ແລະ ການບຳລຸງຮັກສາ ເພື່ອຮັບປະກັນຄວາມປອດໄພ ພວກເຮົາເຫັນໄດ້ວ່າ ມາດຕະການປ້ອງກັນຄວາມປອດໄພ ໂດຍສະເພາະ ນຳໃຊ້ບຸກຄະລາກອນ, ວັດສະດຸອຸປະກອນ ແລະ ເຕັກໂນໂລຊີ, ນຳໃຊ້ມາດຕະການ ແລະ ອຸປະກອນເຕັກໂນໂລຊີທີ່ກ້າວໜ້າຢ່າງເຕັມທີ່ ໃນການບຳລຸງຮັກສາເສັ້ນທາງລົດໄຟ ນັບແຕ່ມື້ເປີດນໍາໃຊ້ເປັນຕົ້ນມາ ສາມາດຮັກສາໄດ້ ທາງດ້ານຄວາມປອດໄພ, ທັງຮັບປະກັນຄຸນນະພາບອຸປະກອນ ແລະ ສິ່ງອໍານວຍຄວາມສະດວກ ຢູ່ໃນສະພາບທີ່ດີ, ເຫັນໄດ້ວ່າມີການທົດສອບ ທັງລະດູຝົນ, ແຜ່ນດິນໄຫວ ແລະ ໄພທາງທຳມະຊາດອື່ນໆ ເພື່ອໃຫ້ຢູ່ໃນມາດຕະຖານ ແລະ ຄວາມປອດໄພຢູ່ຕະຫລອດເວລາ.

ລົດໄຟລາວ-ຈີນ ຈະກາຍເປັນການເປີດຍຸດທະສາດ ຫັນປະເທດຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ມາເປັນປະເທດເຊື່ອມຈອດກັບປະເທດອາຊຽນ ແລະ ສປຈີນ, ລົດໄຟລາວ-ຈີນເປັນຈຸດສໍາຄັນໃນການດຶງດູດ ເອົານັກລົງທຶນຈາກຕ່າງປະເທດ ເຊິ່ງຈະເຮັດໃຫ້ ສປປ ລາວ ມີທຶນຮອນຫຼາຍຂຶ້ນ, ມີເຕັກໂນໂລຊີທັນສະໄໝ ແລະ ມີບຸກຄະລາກອນທີ່ມີຄວາມຮູ້,ຄວາມສາມາດສູງເຂົ້າມາປະກອບສ່ວນພັດທະນາເສດຖະກິດຂອງປະເທດ, ເຮັດໃຫ້ມີທ່າແຮງໃນການສົ່ງເສີມ ການພົວພັນຮ່ວມມືດ້ານການຄ້າຂາຍ, ແລກປ່ຽນສິນຄ້າ, ການໄປມາຫາສູ່, ການທ່ອງທ່ຽວ, ການລົງທຶນກັບອາຊຽນ ແລະ ສປ ຈີນ.

 ພວກເຮົາຮັບຮູ້ແລ້ວວ່າ ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ເປັນໂຄງການຕົວແບຂອງນະໂຍບາຍ"ໜຶ່ງແລວໜຶ່ງເສັ້ນທາງ" ແມ່ນໂຄງການຮ່ວມມືຂອງສອງລັດຖະບານ, ເປັນໂຄງການທີ່ມີຄວາມສໍາຄັນເປັນພິເສດມີຄວາມໝາຍທາງດ້ານປະຫວັດສາດ ແລະ ຍຸດທະສາດຂອງປະເທດເຮົາ ເຊິ່ງຈະເປັນພື້ນຖານໂຄງລ່າງທາງດ້ານເສດຖະກິດທີ່ໜັກແໜ້ນ ແລະ ຍືນຍົງຂອງປະເທດເຮົາໃນການຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມຂອງຊາດ ກໍຄືການຈັດຕັ້ງປະຕິບັດນະໂຍບາຍຫັນປະເທດຂອງເຮົາຈາກສະຖາພາບດ້ອຍພັດທະນາ ທີ່ບໍ່ມີຊາດແດນຕິດກັບທະເລໃຫ້ເປັນປະເທດທີ່ເຊື່ອມຈອດກັບພາກພື້ນ ແລະ ສາກົນ ຈະກາຍເປັນມູນມໍລະດົກທີ່ມີຄຸນຄ່າ ຂອງປະເທດ, ເປັນສັນຍາລັກອັນ ໃຫ້ກັບ ສປປ ລາວ- ສປ ຈີນ. 

编辑:ທ. ເກດແກ້ວ ສໍສຸພັນ 责任编辑:袁艳

广告热线:(0871)65364045  新闻热线:(0871)65390101

24小时网站违法和不良信息举报电话:0871-65390101  举报邮箱:2779967946@qq.com

涉未成年人举报电话:0871-65390101  举报邮箱:2779967946@qq.com

国新网许可证编号:53120170004

增值电信业务经营许可证(ICP):滇B2-20090009