ການເຊື່ອມໂຍງ ເຊື່ອມຈອດ-ເລື່ອງລາວຂອງຂ້ອຍ ກັບທາງລົດໄຟລາວ-ຈີນ
2024-01-18 16:32:44      来源:昆明信息港

ດ້ວຍນິດໄສສ່ວນຕົວ ຂອງຂ້ອຍເປັນຄົນຊື່ນຊອບທຸກສິ່ງທຸກຢ່າງ ທີ່ກ່ຽວຂ້ອງກັບລົດໄຟ ມາຕັ້ງແຕ່ຄາວຍັງນ້ອຍ ຕາມສາຍຍາທີ່ຜູ້ໃຫຍ່ຫຼາຍຄົນ ຕັ້ງຊື່ໃຫ້ລົດໄຟວ່າ: “ມ້າເຫຼັກ” ຫຼື “ງູຍັກ”, ເປັນຕົ້ນແມ່ນ: ເສັ້ນທາງ (ລາງ) ລົດໄຟ, ຫົວຈັກ (ຫ້ອງຂັບເຄື່ອນ-ຫ້ອງບັນຊາ) ລົດໄຟ, ໂບກີ້ (ຕູ້) ລົດໄຟ ແລະ ອື່ນໆ... ກ່ອນປີ 2021 ທີ່ບໍ່ທັນມີລົດໄຟລາວ-ຈີນ ຂ້ອຍໄດ້ມີໂອກາດໄປເຫັນ ແລະ ໄດ້ສໍາຜັດ (ຂີ່) ລົດໄຟຕົວຈິງເປັນຄັ້ງທໍາອິດໃນຊີວິດ ນັ້ນຄືລົດໄຟລາວ-ໄທ ເຊິ່ງເປັນລົດໄຟ-ຂະບວນນ້ອຍໆ ເສັ້ນທາງສັ້ນໆ ມີໄລຍະທາງພຽງ 3 ກິໂລແມັດເຄິ່ງ ຜ່ານຂົວມິດຕະພາບລາວ-ໄທ 1 ຂ້າມແມ່ນໍ້າຂອງ ຈາກນະຄອນຫຼວງວຽງຈັນ ຫາຈັງຫວັດໜອງຄາຍ (ຣາຊອານາຈັກໄທ) ເປີດໃຊ້ມາແຕ່ປີ 2009 ເປັນຕົ້ນມາ.

ຂ້ອຍຊື່ ທ້າວ ມຸຂະພົນ ພູນວິໄຊ (ແຈັກ) ປັດຈຸບັນ ອາຍຸ 18 ປີ, ເປັນນັກສຶກສາ ປີທີ 1 ໂຮງຮຽນວິທະຍາໄລເຕັກນິກ-ວິຊາຊີບການລົດໄຟ ພາກວິຊາວິສະວະກໍາທາງລົດໄຟ. ພາຍຫຼັງເສັງຈົບ ມ.7 ຈາກມັດທະຍົມສົມບູນໂພນທັນ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ໃນສົກຮຽນ 2022-2023, ໝູ່ເພື່ອນຂອງຂ້ອຍສ່ວນຫຼາຍ ພາຫັນແຫ່ຂະບວນກັນໄປສອບເສັງເຂົ້າມະຫາວິທະຍາໄລແຫ່ງຊາດ (ມ.ຊ) ເຊິ່ງບາງຄົນກໍສົມຫວັງສາມາດເສັງຜ່ານເຂົ້າໄປຮຽນໃນຄະນະພາກວິຊາທີ່ຕົນເອງເລືອກໄວ້, ບາງຄົນກໍຜິດຫວັງເສັງບໍ່ຜ່ານ ແຕ່ໃນຂະນະນັ້ນ ກໍເກີດວິກິດການທີ່ນັກຮຽນບໍ່ໄປສະເໜີເສັງເຂົ້າບາງພາກວິຊາຮຽນ ເຮັດໃຫ້ຄະນະບໍດີ ມ.ຊ ໄດ້ປະກາດຮັບນັກຮຽນທີ່ເສັງບໍ່ຜ່ານໃຫ້ກັບໄປສະເໜີຮຽນໃນພາກວິຊາທີ່ຍັງຂາດເຂີນ ບໍ່ມີນັກຮຽນ. ແຕ່ນັ້ນບໍ່ແມ່ນສໍາລັບຂ້ອຍ, ຂ້ອຍບໍ່ສົນໃຈ ແລະ ແຫ່ໄປຕາມກະແສນິຍົມຄືໝູ່ເພື່ອນ, ໃນຊ່ວງໄລຍະກາງເດືອນສິງຫາ-ກາງເດືອນກັນຍາ ປີ 2023 ຂ້ອຍເຫັນກົມອາຊີວະ (ກະຊວງສຶກສາທິການ ແລະ ກິລາ) ປະກາດສ້າງຕັ້ງ ແລະ ເປີດຕົວໂຮງຮຽນໃໝ່ ໂຮງຮຽນວິທະຍາໄລເຕັກນິກ-ວິຊາຊີບການລົດໄຟ ແລະ ປະກາດສອບເສັງຄັດເລືອກເອົານັກສຶກສາຮຸ່ນທໍາອິດ ເພື່ອເຂົ້າຮຽນໃນສົກຮຽນທໍາອິດ 2023-2024 ຈໍານວນ 360 ຄົນ. ເມື່ອເຫັນດັ່ງນັ້ນ, ຂ້ອຍ ກໍໄປສະໝັກສອບເສັງ ແລະ ປາກົດວ່າເສັງຜ່ານສາມາດຖືກຄັດເລືອກເຂົ້າຮຽນຢູ່ໂຮງຮຽນດັ່ງກ່າວໄດ້ສໍາເລັດ ດັ່ງໃຈປາຖະໜາເອົາໄວ້ ແລະ ພາກວິຊາທີ່ຂ້ອຍເລືອກຮຽນ ຄື: ພາກວິຊາວິສະວະກໍາທາງລົດໄຟ...

ວັນທີ 3 ທັນວາ 2021 ເປັນເຫດການເປີດນໍາໃຊ້ທາງລົດໄຟຈີນ-ລາວ ດ້ວຍການເປີດບໍລິການລົດໄຟຂະບວນທໍາອິດທີ່ມີຊື່ວ່າ "ລ້ານຊ້າງ" ເຮັດໃຫ້ຂ້ອຍ ແລະ ຍັງເຊື່ອວ່າມີອີກຫຼາຍໆຄົນ ຮູ້ສຶກຕື່ນເຕັ້ນ ແລະ ດີໃຈ ທີ່ປະເທດລາວ ຈະມີລົດໄຟຂະບວນໃຫຍ່ ເສັ້ນທາງຍາວໆ ມີໄລຍະທາງ 414 ກິໂລແມັດ ຈາກທິດເໜືອສຸດຂອງທາງລົດໄຟຢູ່ບໍລິເວນດ່ານບໍ່ຫານຕິດກັບປະເທດຈີນໃນເຂດສິບສອງປັນນາຜ່ານແຂວງຫຼວງນ້ຳທາ, ແຂວງອຸດົມໄຊ, ແຂວງຫຼວງພະບາງ, ແຂວງວຽງຈັນ ແລະ ສິ້ນສຸດທີ່ນະຄອນຫຼວງວຽງຈັນ ທິດໃຕ້ເຊື່ອມກັບທາງລົດໄຟ ສາຍນະຄອນຫຼວງວຽງຈັນ-ຈັງຫວັດໜອງຄາຍ-ນະຄອນຫຼວງບາງກອກ ຕໍ່ໄປ... ພາຍຫຼັງ ເປີດນໍາໃຊ້ທາງລົດໄຟຈີນ-ລາວ ໄດ້ເກືອບ 1 ເດືອນ ຂ້ອຍ ກັບແມ່ ແລະ ນ້ອງຊາຍ ກໍມີໂອກາດໄດ້ໃຊ້ບໍລິການ (ຂີ່) ເດີນທາງໄປນະຄອນ-ຫຼວງພະບາງ (ແຂວງຫຼວງພະບາງ) ເມືອງມໍລະດົກໂລກ ເມືອງແຫ່ງການທ່ອງທ່ຽວ ເຊິ່ງເປັນບ້ານເກີດເມືອງນອນ ຂອງແມ່ ເພື່ອກັບໄປເຄົ້າດາວ (ນັບຖອຍຫຼັງ) ສະຫຼອງສົ່ງທ້າຍປີເກົ່າ 2021 ແລະ ຕ້ອນຮັບປີໃໝ່ 2021 ກັບພໍ່ເຖົ້າ-ແມ່ເຖົ້າ ກໍຄືນ້າບ່າວ ນ້າສາວ ລຸງ ປ້າ ອາວ ອາ ພີ່ນ້ອງຂອງແມ່... ອີກ 1 ປີ ຕໍ່ມາ, ຂ້ອຍກັບໝູ່ເພື່ອນຈໍານວນໜຶ່ງ ກໍໄດ້ມີໂອກາດໃຊ້ບໍລິການ (ຂີ່) ລົດໄຟຈີນ-ລາວ ອີກຄັ້ງ ເຊິ່ງຄັ້ງນີ້ແມ່ນເດີນທາງໄປເມືອງວັງວຽງ (ແຂວງວຽງຈັນ)  ເມືອງແຫ່ງການທ່ອງທ່ຽວທີ່ສໍາຄັນ ແລະ ເປັນທີ່ນິຍົມຊົມຊອບ ຈາກນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ອີກແຫ່ງໜຶ່ງ ນອກຈາກຫຼວງພະບາງ ເພື່ອໄປເຄົ້າດາວ (ນັບຖອຍຫຼັງ) ສະຫຼອງສົ່ງທ້າຍປີເກົ່າ 2022 ແລະ ຕ້ອນຮັບປີໃໝ່ 2023...

ວັນທີ 3 ທັນວາ 2023 ໃນໂອກາດສະຫຼອງການເປີດນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ ທີ່ມີກິດຈະກໍາແລ່ນ ຢູ່ເສັ້ນທາງບໍລິເວນບຶ່ງທາດຫຼວງ ຂ້ອຍ ກັບໝູ່ເພື່ອນ ຈໍານວນໜຶ່ງ ກໍໄດ້ເຂົ້າຮ່ວມ ເຖິງບໍ່ໄດ້ໄຊຊະນະ ຈົນໄດ້ລາງວັນໃຫຍ່ໆນໍາເຂົາເຈົ້າກໍຕາມ ແຕ່ຢ່າງໜ້ອຍ ຂ້ອຍກໍສາມາດແລ່ນເຂົ້າເຖິງເສັ້ນໄຊ ແລະ ໄດ້ຮັບຫຼຽນຊົມເຊີຍຄືກັບຫຼາຍໆຄົນທີ່ເຂົ້າຮ່ວມກິດຈະກໍາດັ່ງກ່າວ... ຫຼັງຈາກນັ້ນ ໄລຍະທ້າຍປີ 2023 ຂ້ອຍ ກັບໝູ່ເພື່ອນທີ່ເປັນນັກສຶກສາວິທະຍາໄລເຕັກນິກ-ວິຊາຊີບການລົດໄຟ ນໍາກັນ 5 ຄົນ ກໍມີໂອກາດໄດ້ຂີ່ລົດໄຟລາວ-ຈີນອີກຄັ້ງເປັນຄັ້ງທີ 3 ເຊິ່ງຖ້ຽວນີ້ແມ່ນເດີນທາງໄປຫຼິ້ນຢູ່ເມືອງວັງວຽງ (ແຂວງວຽງຈັນ) ຄືເກົ່າ ເພື່ອໄປຊົມຄອນເສີດໃຫຍ່ "ວັງວຽງ ມິວຊິກ ເຟສຕີໂວວ໌"...

ຈາກການທີ່ປະເທດລາວເຮົາ ມີລົດໄຟລາວ-ຈີນຂີ່ ຂ້ອຍເຫັນວ່າ: ການເດີນທາງໄປ-ມາ ໂດຍສະເພາະ ເວລາທີ່ເຮົາ ຈະເດີນທາງໄປທາງພາກເໜືອຂອງລາວ ມີຄວາມສະດວກ ສະບາຍ ປອດໄພ ວ່ອງໄວ ທັນໃຈຫຼາຍຂຶ້ນກວ່າໃນເມື່ອກ່ອນທີ່ບໍ່ມີລົດໄຟລາວ-ຈີນ, ເພາະແຕ່ກ່ອນ ຂ້ອຍ ກັບພໍ່ແມ່ ຈະເມືອຢາມບ້ານເກີດເມືອງນອນຢູ່ແຂວງຫຼວງພະບາງ ຕ້ອງໄດ້ໃຊ້ລົດກະບະສ່ວນຕົວເມືອ ເຊິ່ງເສັ້ນທາງແຕ່ນະຄອນຫຼວງວຽງຈັນຫາແຂວງຫຼວງພະບາງ ຍາວ 289,8 ກິໂລແມັດ ຕ້ອງໃຊ້ເວລາເດີນທາງ 6-7 ຊົ່ວໂມງ ບາງທີອາດດົນກວ່ານັ້ນ (ຖ້າແມ່ນລະດູຝົນ) ທາງທຸລະກັນດານຫຼາຍ ໂດຍສະເພາະບໍລິເວນພູເກົ້າຫຼັກ ມັກເກີດອຸບັດຕິເຫດເລື້ອຍໆ (ລົດຕໍາກັນ-ລົດຕົກເຫວ), ສ່ວນເວລາໄປທ່ຽວຫຼິ້ນຢູ່ເມືອງວັງວຽງ ແຂວງວຽງຈັນ ທີ່ຫ່າງຈາກນະຄອນຫຼວງວຽງຈັນພຽງແຕ່ 100 ກວ່າກິໂລແມັດ ກໍຕ້ອງໃຊ້ເວລາເດີນທາງດ້ວຍລົດສ່ວນຕົວ 3-4 ຊົ່ວໂມງຈຶ່ງຮອດ ແຕ່ຍັງໄຄແດ່ ນັບແຕ່ປີ 2020 ເປັນຕົ້ນມາ ມີທາງດ່ວນວຽງຈັນ-ວັງວຽງໃຫ້ໄດ້ນໍາໃຊ້ ການເດີນທາງກໍໄວຂຶ້ນມາໜ້ອຍໜຶ່ງ ແຕ່ຖ້າທຽບໃສ່ການເດີນທາງດ້ວຍລົດໄຟລາວ-ຈີນ ໄປວັງວຽງ ໃຊ້ເວລາພຽງແຕ່ 1 ຊົ່ວໂມງ ແລະ ເດີນທາງໄປຫຼວງພະບາງ ໃຊ້ເວລາພຽງແຕ່ 2 ຊົ່ວໂມງ.

ຈາກຄວາມມັກ, ຄວາມຮັກ ແລະ ຄວາມຫຼົງໄຫຼສ່ວນຕົວ ໃນລົດໄຟ ມາຕັ້ງແຕ່ຍັງນ້ອຍ ຈົນໄດ້ສໍາຜັດ (ຂີ່) ຈາກນັ້ນກໍໄດ້ກາຍເປັນນັກສຶກສາໂຮງຮຽນວິຊາສະເພາະກ່ຽວກັບລົດໄຟ ແລະ ໃນອະນາຄົດຕໍ່ໜ້າ, ຂ້ອຍມີຄວາມຫວັງວ່າ: ຈະສຶກສາຮໍ່າຮຽນຢູ່ວິທະຍາໄລເຕັກນິກ-ວິຊາຊີບການລົດໄຟ ໃຫ້ຈົບ, ຈະເອົາໃຈໃສ່ຮຽນຮູ້ ທັງເຕັກນິກວິຊາສະເພາະກ່ຽວກັບລົດໄຟ ທັງຈະເນັ້ນຕັ້ງໃຈຮຽນພາສາຈີນໃຫ້ເກັ່ງໆ ເພື່ອຈະໄດ້ສະໝັກເຂົ້າເຮັດວຽກນໍາບໍລິສັດທາງລົດໄຟຈີນ-ລາວ ສາມາດສື່ສານ (ສົນທະນາ) ກັບຄົນຈີນໃຫ້ໄດ້ດີ, ມີຄວາມຫວັງວ່າ ທັງເຮັດວຽກ ໃຫ້ບໍລິການຮັບໃຊ້ຜູ້ໂດຍສານລົດໄຟ ທີ່ມີທັງຄົນລາວ, ຄົນຈີນ ແລະ ຄົນຕ່າງປະເທດອື່ນໆ ທັງຈະໄດ້ເດີນທາງ ຈາກນະຄອນຫຼວງວຽງຈັນ ຂຶ້ນໄປຜ່ານດ່ານບໍ່ຫານເຂົ້າໄປປະເທດຈີນໃນເຂດສິບສອງປັນນາ ຫານະຄອນຄຸນໝິງ ແລະ ຄວາມຫວັງສູງສຸດ ຈະເດີນທາງໄປຮອດນະຄອນຫຼວງປັກກິ່ງ ດ້ວຍລົດໄຟລາວ-ຈີນ...



编辑:ມຸຂະພົນ ພູນວິໄຊ 责任编辑:袁艳