ການເດີນທາງທີ່ຫນ້າອັດສະຈັນຂອງຂ້າພະເຈົ້າກັບປະເທດດອກຈຳປາ
2024-01-18 09:59:02      来源:昆明信息港

ເວລາຜ່ານໄປຢ່າງວ່ອງໄວ,ເດືອນນີ້ແມ່ນເດືອນທີ່ຫ້າທີ່ຂ້າພະເຈົ້າເຂົ້າໃນດິນແດນແຫ່ງນີ້.ຂ້າພະເຈົ້າເປັນນັກສຶກສາທີ່ຮຽນພາສາລາວ,ຂ້າພະເຈົ້າດີໃຈຫຼາຍໆທີ່ຂ້າພະເຈົ້າໄດ້ມີໂອກາດມາແລກປ່ຽນຢູ່ລາວໃນປີ2023.ໃນຈັກປີທີ່ຜ່ານໄປແລ້ວ,ນັກສຶກສາສ່ວນຫຼາຍບໍ່ສາມາດມາລາວໄດ້,ຍ້ອນວ່າພະຍາດໂຄວິດ-19,ຂ້າພະເຈົ້າກໍເປັນໂຊກດດີທີ່ສາມາດມາແລກປ່ຽນໄດ້ຫຼັງຈາກໄລຍະໂຄວິດ-19.

092EBC2F@03A3A416.1A97A26500000000_recompress

ຮູບນີ້ຖ່າຍໃນເວລາບິນຂຶ້ນເທິງທ້ອງຟ້າຂອງປະເທດລາວ,ແມ່ນຳ້ສາຍນີ້ເປັນແມ່ນໍ້າຂອງ

ທ້ອງຟ້າໃນປະເທດລາວເປັນສີຟ້າຕະຫຼອດ,ອາກາດຮ້ອນອົບເອົ້າແຕ່ຮູ້ສຶກສະບາຍ.ປະເທດລາວ ບໍ່ຄືປະເທດຈີນ ມີແຕ່ລະດູຝົນ ແລະ ລະດູແລ້ງເທົ່ານັ້ນ,ເວລາລະດູຝົນ,ບາງມື້ຈະມີຝົນຕົກຫຼາຍເທື່ອຢ່າງຕົກແຮງໆ ແລະ ໄວໆ.ເວລາຝົນຕົກຈະມີອາກາດສົດເຮັດໃຫ້ຫາຍໃຈຢ່າງສະບາຍສະບາຍ.

ເມື່ອເວົ້າເຖິງ“ໜຶ່ງແລວໜຶ່ງເສັ້ນທາງ”ກໍຈະຄິດເຖິງທາງລົດໄຟລາວ-ຈີນ.ໃນເດືອຕຸລາ ປີ2023,ຂ້າພະເຈົ້າໄດ້ໄປຫຼວງພະບາງດ້ວຍຂີ່ລົດໄຟລາວ-ຈີນ,ມີນັກທທ່ອງທ່ຽວຄົນຕ່າງປະເທດຈຳນວນຫຼາຍ ແລະ ຄົນລາວ.ໃນເດີທາງຂີ່ລົດໄຟ,ຂ້າພະເຈົ້າມີຄວາມສຸກຫຼາຍທີ່ໄດ້ຊົມທິວທັດຕາມແຄມທາງຢ່າງຊື່ນຊົມສະໜຸກສະໜານ,ລົມກັນກັບຄົນລາວ ແລະມີບັນຍາກາດຟົດຟື້ນມ່ວນຊື່ນ. ພ້ອມດຽວກັນນັ້ນ,ຂ້າພະເຈົ້າໄດ້ເຫັນລົດໄຟທີ່ສົ່ງຜະລິດຕະພັນຢ່າງໄປໄປມາມາ.ຂ້າພະເຈົ້າໄດ້ຍິນວ່າ ໃນແຕ່ກີ້ແຕ່ກ່ອນທີ່ບໍ່ມີລົດໄຟ,ຈາກແຂວງວຽງຈັນໄປຮອດຫຼວງພະບາງຕ້ອງໃຊ້ເວລາປະມານ12ຊົ່ວໂມງ,ແຕ່ດຽວນີ້ພຽງແຕ່ໃຊເວລາປະມານ2ຊົ່ວໂມງ.ຂ້າພະເຈົ້າເຫັນວ່າ ລົດໄຟນີ້ອຳໜວຍຜົນດີຈຳນວນຫຼາຍໄຫ້ແກ່ປະເທດລາວ,ບໍ່ວ່າການຄົມມະນາຄົມຂອງປະຊາຊົນລາວ ແລະ ພັດທະນາເສດທະກິດຂອງປະເທດລາວແລະອື່ນໆກໍຕາມ,ກໍຄືກັນແທ້ໆ.ຫຼວງພະບາງເປັນເມືອງທີ່ງຽບສະຫຼງົບ ແລະມີຄວາມລັບ ເຊິ່ນດຶງດູດນັກທ່ອງທ່ຽວຢາກໄປຫຼາຍເທື່ອ.ຂ້າພະເຈົ້າໄດ້ໄປເບິ່ງຕາເວັນຕົກດິນ,ນຳ້ຕົກຕາກວາງສີດ,ຫໍພິພິທະພັນ,ກິນອາຫານພິເສດຫຼວງພະບາງ ແລະ ຮ້ານເຄື່ອງທີ່ລະນຶກທີ່ຂາຍເຄື່ອງຂອງສວຍງາມເຮັດດ້ວຍຝີມື.

5F3430FE@4999E95C.1A97A26500000000_recompress

ນໍ້າຕົກຕາດກວາງສີ

26A15E38@8897C23D.1A97A26500000000_recompress

ຫໍພິພິທະພັນ

CA41333B@1C8E3624.1A97A26500000000_recompress

ຕາເວັນຕົກດິນຂອງພູສີ

ປະເທດລາວເປັນປະເທດທຸກຍາກແຕ່ມີຄວາມສຸກຫຼາຍໆ,ໃນທຸກເດືອນຂອງແຕ່ລະປີຈະມີງານບຸນປະເພນີຕ່າງໆ,ເຂົ້າຮ່ວມນຳກັນສາມາດປະສົບກັບຄວາມສຸກຂອງປະຊາຊົນລາວ.ໃນທົ່ວປະເທດນີ້,ປະຊາຊົນຈຳນວນຫຼາຍເຊື່ອສາສສະໜາພຸດ,ທຸກຫົນທຸກທາງສາມາດເຫັນວັດວະອາຮາມໄດ້,ເບິ່ງຄືວ່າເວລາໄດ້ສະຫງົບລົງ ແລະ ຊ້າລົງຫຼາຍ.

ຂ້າພະເຈົ້າໄດ້ເຫັນຄວາມສະດວກຂອງການນຳໃຊ້ຂອງລົດໄຟລາວຈີນ,ປະເທດລາວກັບຈີນເປັນປະເທດທີ່ບ້ານໃກ້ເຮືອນຄຽງ,ເປັນໝູ່ກັນ,ເປັນຮ່ວມມືກັນ.ໃນໄລຍະທີ່ຂ້າພະເຈົ້າມາຮຽນຢູ່ລາວ,ຂ້າພະເຈົ້າໄດ້ເປັນໝູ່ກັນກັບຄົນລາວທີ່ຮຽນພາສາຈີນ,ພວກເຂົາເວົ້າວ່າ,ມີລົດໄຟແລ້ວກໍຄືມີແສງທາງໃໝ່ແລ້ວ.ພວກເຂົາກໍຫວາງວ່າ,ສາມາດໄປປະເທດຈີນສຶກສາຮຳ່ຮຽນໄດ້,ດຽວນີ້ເບິ່ງເຫັນວ່າ ຄວາມຝັນນີ້ຈະກາຍເປັນຈິງແລ້ວ.ໃກ້ຈະຮອດບຸນປີໃຫມ່ຈີນແລ້ວ,ຂ້າພະເຈົ້າຄິດວ່າຈະຂີ່ລົດໄຟລາວ-ຈີນກັບບ້ານຢ່າງສະດວກ.ຖ້າມີໂອກາດທີ່ດີ,ຍິນດີຕ້ອນຮັບທຸກທ່ານມາທ່ຽວຢູ່ປະເທດລາວ,ທ່ານຈະມີຄວາມຮູ້ສຶກພິເສດຂອງຕົນເອງ.ຂ້າພະເຈົ້າຊົມເຊີຍທີ່ການນຳ້ໃຊ້ຂອງລົດໄຟລາວ-ຈີນຈະຄົບຮອບສອງປີ.ຂ້າພະເຈົ້າເຊື່ອວ່າຄວາມພົວພັນຂອງສອງປະເທດຈະນັບມື້ນັບແໜ້ນຂຶ້ນ,ການຮ່ວມມືກໍຈະຈະເລີນກ້າວໜ້າ.ຂໍອວຍພອນສອງປະເທດພັດທະນາກ້າວໜ້າ ໄຫ້ເປັນປະເທດອຸດົມສົມບູນ,ສາຍພົວພັນມິດຕະພາບຂອງສອງປະເທດຄົງຢູ່ຕະຫຼອດໄປ.  

编辑:李悦雨婷 责任编辑:袁艳

广告热线:(0871)65364045  新闻热线:(0871)65390101

24小时网站违法和不良信息举报电话:0871-65390101  举报邮箱:2779967946@qq.com

涉未成年人举报电话:0871-65390101  举报邮箱:2779967946@qq.com

国新网许可证编号:53120170004

增值电信业务经营许可证(ICP):滇B2-20090009