ເລື່ອງລາວຂອງຂ້ອຍ ກັບທາງລົດໄຟລາວ-ຈີນ ໂຄງການເສັ້ນທາງຄົມມະນາຄົມ-ເສັ້ນທາງຂອງ “ມັງກອນເຫຼັກ” ພາຫະນະແຫ່ງການເຊື່ອມໂຍງເຊື່ອມຈອດ ປະຊາຊົນລາວ - ຈີນ ແລະ ປະຊາຊົນຂອງບັນດາປະເທດໃນໂລກ ໄດ້ເລີ່ມຕົ້ນຂຶ້ນທ່າມກາງການຈັດຕັ້ງຜັນຂະຫຍາຍ ຍຸດທະສາດທີ່ຈະເຮັດໃຫ້ ສປປ ລາວ ມີເງື່ອນໄຂອອກສູ່ທະເລ ຊຶ່ງນັບແຕ່ໄດ້ກ້າວເຂົ້າມາສູ່ອາຊີບສື່ມວນຊົນ ຂ້ອຍກໍໄດ້ມີສ່ວນຮ່ວມໃນການເຜີຍແຜ່ເລື່ອງລາວໂຄງການກໍ່ສ້າງທາງລົດໄຟລາວ-ຈີນ, ທັງລາຍງານຄວາມຄືບໜ້າຂອງໂຄງການ ຈົນເຖິງພິທີເປີດນໍາໃຊ້ຢ່າງເປັນທາງການ, ສືບຕໍ່ໂຄສະນາຕອບຕ້ານຂໍ້ມູນທີ່ບິດເບືອນໃສ່ຮ້າຍປ້າຍສີ ແລະ ຍົກໃຫ້ເຫັນສິ່ງທີ່ຕັ້ງໜ້າ ການຫັນປ່ຽນທີ່ແທ້ຈິງສາມາດເຊື່ອມໂຍງເຊື່ອມຈອດ ປະຊາຊົນລາວ-ຈີນ ແລະ ປະຊາຊົນຂອງບັນດາປະເທດໃນໂລກ ທີ່ຂີ່ບັນດາເຫຼົ່າ “ມັງກອນເຫຼັກ” ມາຢ້ຽມເຍືອນ, ມາທ່ຽວຊົມບັນດາແຫຼ່ງທ່ອງທ່ຽວທີ່ສວຍສົດງົດງາມ ເຕັມໄປດ້ວຍອະລິຍະທໍາ ໃນດິນແດນແຫ່ງເຂົ້າໜຽວ-ສຽງແຄນ ແຫ່ງນີ້.
ເມື່ອຫວນຄືນກ່ອນຈະມີທາງລົດໄຟລາວ-ຈີນ ທີ່ມີບັນດາເຫຼົ່າ “ມັງກອນເຫຼັກ” ແລ່ນໄປ-ມາ ລະຫວ່າງ ສອງປະເທດ ລາວ - ຈີນ ດ້ວຍພະລັງງານໄຟຟ້າ ສາມາດມຸດຜ່ານພູຜາປ່າໄມ້, ບິນຂ້າມແມ່ນໍ້າ ເປັນຮູບປະທໍາ ແຫ່ງ “ການສ້າງປະຊາຄົມຮ່ວມຊາຕາກຳ ລາວ - ຈີນ” ຂ້ອຍເຫັນວ່າກ່ອນໜ້ານີ້ ດ້ວຍຄວາມພະຍາຍາມຂອງພັກປະຊາຊົນປະຕິວັດລາວ ທີ່ມີມາຕັ້ງແຕ່ເລີ່ມດຳເນີນແນວທາງການປ່ຽນແປງໃໝ່ ຢ່າງຮອບດ້ານ ທີ່ມີຫຼັກການຂອງພັກ ໂດຍເລີ່ມແຕ່ປີ 1986 ໄດ້ມີລະບຸຢ່າງຈະແຈ້ງໃນເອກະສານກອງປະຊຸມໃຫຍ່ຄັ້ງ ທີ່ IV ຂອງພັກ ກ່ຽວກັບການຂະຫຍາຍການພົວພັນທາງດ້ານເສດຖະກິດກັບຕ່າງປະເທດ ວ່າ: “...ມີຄວາມມຸ່ງຫວັງ ໃນການເປີດກວ້າງການຮ່ວມມື ທາງດ້ານເສດຖະກິດກັບທຸກປະເທດສັງຄົມນິຍົມອ້າຍນ້ອງພາຍໃຕ້ຫຼາຍຮູບການຮ່ວມທຸລະກິດ: ສອງຝ່າຍ ຫຼື ຫຼາຍຝ່າຍ. ... ຈະເຮັດໃຫ້ປະເທດເຮົາ ມີເງື່ອນໄຂອອກສູ່ທະເລຕາເວັນອອກ ແລະ ລົງສູ່ອ່າວໄທ ເພື່ອເປີດກວ້າງການພົວພັນແລກປ່ຽນ ແລະ ການຮ່ວມມືກັບສາກົນ”. ນັບແຕ່ນັ້ນມາ, ການຫັນຈາກປະເທດບໍ່ມີທາງອອກສູ່ທະເລ ເປັນປະເທດທາງຜ່ານເຊື່ອມຍົງເຊື່ອມຈອດ ຂອງ ສປປ ລາວ ໄດ້ຄ່ອຍໆດຳເນີນ ແລະ ສປປ ລາວ ກໍໄດ້ສືບຕໍ່ຮັດແໜ້ນການຮ່ວມມືກັບ ສປ ຈີນ ທີ່ນັບມື້ແໜ້ນແຟ້ນ ໂດຍສະເພາະ “ໂຄງການທາງລົດ ໄຟລາວ-ຈີນ ເປັນໂຄງການຍຸດທະສາດ ການຮ່ວມມືລະຫວ່າງ ລາວ-ຈີນ ໂດຍໄດ້ເລີ່ມຕົ້ນສຳຫຼວດອອກແບບເບື້ອງຕົ້ນ, ສ້າງບົດສຶກສາທາງດ້ານເສດຖະກິດເຕັກນິກ ແລະ ການຫາແຫຼ່ງທຶນມາກໍ່ສ້າງແຕ່ ປີ 2010 ໄດ້ສຳເລັດພື້ນຖານໃນປີ 2012”. ຮອດປີ 2013, ທ່ານ ສີຈິ້ນຜິງ ປະທານປະເທດແຫ່ງ ສປ ຈີນ ໄດ້ປະກາດເປີດຟື້ນຄືນເສັ້ນທາງສາຍໄໝ ຫຼື ຂໍ້ລິເລີ່ມໜຶ່ງແລ້ວໜຶ່ງເສັ້ນທາງ ຊຶ່ງໄດ້ສະໜັບສະໜູນໂດຍກົງຕໍ່ການ “ຫັນປະເທດບໍ່ມີຊາຍແດນຕິດທະເລ ໄປສູ່ປະເທດ ເຊື່ອມໂຍງເຊື່ອມຈອດ ໃນພາກພື້ນ” ຂອງ ສປປ ລາວ ໃຫ້ເປັນຮູບປະທໍາ ໂດຍໄດ້ມີການວາງ ສີລາລຶກກໍ່ສ້າງ ທາງລົດໄຟ ໃນວັນທີ 2 ທັນວາ ປີ 2015 ແລະ ລົງມືກໍ່ສ້າງ ທາງລົດໄຟຕົວຈິງ ວັນທີ 25 ທັນວາ 2016 ຊຶ່ງໃຊ້ເວລາ 5 ປີ ໄດ້ກໍ່ສ້າງສຳເລັດ ພ້ອມທັງໄດ້ເປີດການນໍາໃຊ້ຢ່າງເປັນທາງການ ໃນວັນທີ 3 ທັນວາ 2021 ຊຶ່ງມາຮອດນີ້ ກໍໄດ້ 2 ປີກວ່າແລ້ວ.
ນັບແຕ່ມື້ເປີດນໍາໃຊ້ຢ່າງເປັນທາງການ, ທາງລົດໄຟລາວ-ຈີນ ກໍຄືລົດໄຟທີ່ແລ່ນໃນປະເທດລາວ ຈາກທີ່ຫຼາຍຄົນວ່າເປັນຄວາມເພີ້ຝັນ ໄດ້ປະກົດເປັນຮູບປະທໍາ ທີ່ມີແທ້ຈິງ ຊຶ່ງຕະຫຼອດໄລຍະເວລາຄົບຮອບ 2 ປີ ມານີ້ ໄດ້ຊຸກຍູ້ການສ້າງໂຊກຊາຕາກຳຮ່ວມກັນຂອງປະຊາຊົນລາວ-ຈີນ ທີ່ໄດ້ຜູກພັນແໜ້ນແຟ້ນກັນຍິ່ງຂຶ້ນ ຕາມເນື້ອໃນການສ້າງປະຊາຄົມຮ່ວມຊາຕາກຳ ລາວ-ຈີນ ທີ່ວ່າ: ສືບຕໍ່ລົງເລິກການຮ່ວມມືທີ່ເປັນຮູບປະທໍາ ເພື່ອຮັດແໜ້ນສາຍພົວພັນ ທີ່ມີຜົນປະໂຫຍດຮ່ວມກັນ ໂດຍສະເພາະແມ່ນ ພາຍໃຕ້ຂອບການເຊື່ອມໂຍງດ້ານຍຸດທະສາດ “ຫັນຈາກປະເທດບໍ່ມີທາງອອກສູ່ທະເລ ມາເປັນປະເທດເຊື່ອມໂຍງເຊື່ອມຈອດ” ຂອງ ສປປ ລາວ ກັບຍຸດທະສາດ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງ ສປ ຈີນ; ພ້ອມດຽວກັນຍັງໄດ້ເຊື່ອມໂຍງເຊື່ອມຈອດກັບປະຊາຊົນໃນໂລກ ໂດຍສະເພາະແມ່ນ “ພາຍໃຕ້ໂຄງການ ໜຶ່ງແລວ ໜຶ່ງເສັ້ນທາງ ສປ ຈີນ ໄດ້ລົງນາມເອກະສານຮ່ວມມືກັບຫຼາຍກວ່າ 150 ແລະ 30 ກວ່າອົງການຈັດຕັ້ງສາກົນເຂົ້າຮ່ວມ ລວມມີເອກະສານຫຼາຍກວ່າ 200 ສະບັບ ນັບແຕ່ 2013 ເຖິງ 2023 ຜ່ານມາ ຊຶ່ງໄດ້ສະແດງໃຫ້ເຫັນວ່າຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ນັບມື້ນັບໄດ້ຮັບການສະໜັບສະໜູນ ແລະ ຄວາມຍິນດີຈາກປະຊາຄົມໂລກ. ນີ້ກໍອາດໝາຍເຖິງຜູ້ຄົນຫຼາຍປະເທດໃນໂລກ ມີຄວາມເປັນໄປໄດ້ທີ່ຈະມານໍາໃຊ້ລົດໄຟລາວ-ຈີນ ເພື່ອມາເຮັດການຄ້າ, ການລົງທຶນ ແລະ ໂດຍສະເພາະແມ່ນມາທ່ອງທ່ຽວ ຊຶ່ງໄດ້ສ້າງເງື່ອນໄຂໃໝ່ໃນການພັດທະນາປະເທດລາວ ຢ່າງກ້າວກະໂດດ. ຕົວຈິງແລ້ວ, ທາງລົດໄຟລາວ-ຈີນ ໄດ້ສ້າງການປ່ຽນແປງທີ່ຕັ້ງໜ້າ ໃຫ້ແກ່ການຄົມມະນາຄົມ ຂອງປະຊາຊົນ ລາວ-ຈີນ ແລະ ຍັງສ້າງຄວາມສະດວກແກ່ນັກທ່ອງທ່ຽວພາຍໃນ ລວມເຖິງນັກທ່ອງທ່ຽວຕ່າງປະເທດ ທີ່ເດີນທາງດ້ວຍລົດໄຟລາວ-ຈີນ.
ໄລຍະຜ່ານມາ, ຂ້ອຍກໍໄດ້ຮັບຮູ້ວ່າ: ການທ່ອງທ່ຽວ ເປັນໜຶ່ງໃນການເຊື່ອມໂຍງເຊື່ອມຈອດຜູ້ຄົນ ໂດຍສະເພາະປະຊາຊົນລາວ-ຈີນ ແລະ ປະຊາຊົນຂອງບັນດາປະເທດໃນໂລກ ຊຶ່ງກ່ອນໂຄວິດ-19, ອຸດສາຫະກຳທ່ອງທ່ຽງຂອງລາວ ກຳລັງເຕີບໂຕໂດຍ ໃນລະຫວ່າງປີ 2016 ແລະ 2019 ນັກທ່ອງທ່ຽວສາກົນທີ່ເຂົ້າມາທ່ອງທ່ຽວຢູ່ ສປປ ລາວ ເພີ່ມຂຶ້ນ ສະເລ່ຍ 10,5% ຕໍ່ປີ ແລະ ກ່ອນໂຄວິດ-19 ມີການຄາດວ່າ ການທ່ອງທ່ຽວປະກອບສ່ວນປະມານ 5% ຂອງລວມຍອດຜະລິດຕະພັນພາຍໃນ (GDP) ຂອງ ສປປ ລາວ ແລະ ສະໜອງວຽກເຮັດງານທໍາປະມານ 19% ຂອງກຳລັງແຮງງານຂອງ ສປປ ລາວ. ເຖິງຢ່າງໃດກໍຕາມ, ຜົນກະທົບຂອງໂຄວິດ-19 ເຮັດໃຫ້ໃນປີ 2020 ຈໍານວນນັກທ່ອງທ່ຽວທີ່ມາທ່ຽວ ສປປ ລາວ ຫຼຸດລົງຫຼາຍກວ່າ 80% ທຽບໃສ່ປີກ່ອນໜ້າ. ເຫດການດັ່ງກ່າວນີ້, ໄດ້ສ້າງຄວາມເສຍຫາຍ ຕໍ່ອຸດສາຫະກຳທ່ອງທ່ຽວ ມີການເສຍວຽກເຮັດງານທໍາເປັນຈໍານວນຫຼາຍ ແລະ ການລົງທຶນຊັກຊ້າ ຫຼື ຢຸດຊະງັກ. ມາຮອດເດືອນພຶດສະພາ 2020, ວິສາຫະກິດທ່ອງທ່ຽວ ຈໍານວນເຄິ່ງໜຶ່ງ ໄດ້ປິດກິດຈະການຊົ່ວຄາວ ແລະ ຫຼາຍກວ່າ 70% ບໍ່ສາມາດສືບຕໍ່ຈ້າງພະນັກງານ. ແຕ່ດ້ວຍຄວາມເຊື່ອໝັ້ນຂອງການຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ລາວ-ຈີນ, ໃນສາຍຕາຂອງຂ້ອຍເວລານັ້ນ ທາງລົດໄຟລາວ-ຈີນ ຈະເປັນຕົວແປສຳຄັນໃນການພື້ນຟູເສດຖະກິດ ການທ່ອງທ່ຽວ ປະກອບສ່ວນເຮັດໃຫ້ບັນດາທຸລະກິດໃນຂົງເຂດນີ້ ຟື້ນຕົວຢ່າງໄວວາ ປະກອບສ່ວນຟື້ນຟູເສດຖະກິດຂອງປະເທດ ໃຫ້ເຕີບໂຕຢ່າງຕໍ່ເນື່ອງ.
ພາຍຫຼັງເປີດນໍາໃຊ້ທາງລົດໄຟລາວ-ຈີນ, ຜົນປະໂຫຍດຈາກ “ມັງກອນເຫຼັກ” ໄດ້ເລີ່ມຕົ້ນຂຶ້ນ ໂດຍສ້າງການປ່ຽນແປງທີ່ດີຂຶ້ນຕໍ່ປະເທດລາວ ໂດຍສະເພາະການຂົນສົ່ງໂດຍສານສິນຄ້າ ແລະ ຜູ້ຄົນ ທັງໄດ້ອຳນວຍຄວາມສະດວກແກ່ການເດີນທາງທ່ອງທ່ຽວ ຊຸກຍູ້ການທ່ອງທ່ຽວພາຍໃນປະເທດຂອງ ສປປ ລາວ ໄດ້ເປັນຢ່າງດີ ເຮັດໃຫ້ອຸດສາຫະກຳການທ່ອງທ່ຽວໃຫ້ຟື້ນຕົວດີຂຶ້ນ ແລະ ໃນເດືອນພຶດສະພາ 2022 ກໍໄດ້ເປີດປະເທດຢ່າງເຕັມຮູບແບບ ເພື່ອສົ່ງເສີມຟື້ນຟູເສດຖະກິດການທ່ອງທ່ຽວພາຍໃນປະເທດ ລວມເຖິງການຂົນສົ່ງສິນຄ້າໄປຍັງ ສປ ຈີນ ກໍເລີ່ມມີບາດກ້າວໃໝ່ ແລະ ມີທ່າອ່ຽງເພີ່ມຂຶ້ນ; ໃນນີ້, ລົດໄຟລາວ-ຈີນ ໄດ້ປະກອບສ່ວນຢ່າງແຂງແຮງ ເປັນການເຊື່ອມໂຍງເຊື່ອມຈອດປະຊາຊົນລາວ-ຈີນ ແລະ ປະຊາຊົນຂອງບັນດາປະເທດທົ່ວໂລກ ໂດຍ “ນັບແຕ່ເປີດການນໍາໃຊ້ທາງລົດໄຟລາວ-ຈີນ ໃນໄລຍະບໍ່ເຖິງປີ, ໄດ້ຂົນສົ່ງຜູ້ໂດຍສານຈາກນະຄອນຫຼວງວຽງຈັນ ໄປເຖິງນະຄອນຫຼວງພະບາງສູງສຸດມີເຖິງ 2.700 ກວ່າເທື່ອຄົນຕໍ່ມື້, ນັກທ່ອງທ່ຽວສ່ວນຫຼາຍແມ່ນນິຍົມອອກເດີນທາງດ້ວຍລົດໄຟ. 10 ເດືອນຕົ້ນປີ 2022, ໃນນັກທ່ອງທ່ຽວ 33,6 ໝື່ນຄົນນັ້ນ ມີ 85,27% ແມ່ນເລືອກຂີ່ລົດໄຟຈາກນະຄອນຫຼວງວຽງຈັນ ໄປນະຄອນຫຼວງພະບາງ; ຂະນະທີ່ການຂົນສົ່ງສິນຄ້າມີຍອດມູນຄ່າຂາເຂົ້າ-ຂາອອກຊອງດ່ານພາສີ ບໍ່ເຕ່ນ ທີ່ເຊື່ອມຕໍ່ທາງລົດໄຟຂອງສອງຊາດລາວ-ຈີນ ມີເຖິງ 1.024 ຕື້ໂດລາ ແມ່ນໄດ້ເພີ່ມຂຶ້ນ 1,8 ເທົ່າ ເມື່ອທຽບໃສ່ປີ 2021. ຊຶ່ງນີ້ແມ່ນການປ່ຽນແປງທີ່ຕັ້ງໜ້າ ຊຸກຍູ້ແກ່ການຄ້າ ແລະ ການທ່ອງທ່ຽວລາວ ແລະ ໃນຄົບຮອບ 2 ປີມານີ້ ຍິ່ງສ້າງປະໂຫຍດອັນແທ້ຈິງແກ່ປະຊາຊົນລາວ ທີ່ຕິດພັນກັບອຸດສາຫະກຳການທ່ອງທ່ຽວ ໂດຍ “ຂະບວນລົດໄຟໂດຍສານທີ່ແລ່ນຕາມທາງລົດໄຟຕອນພາຍໃນປະເທດລາວໄດ້ຈາກ 4 ຖ້ຽວຕໍ່ມື້ໃນຕອນເລີ່ມຕົ້ນເພີ່ມຂຶ້ນເປັນ 10 ຖ້ຽວຕໍ່ມື້ໃນປັດຈຸບັນ, ມື້ສູງສຸດໄດ້ຂົນສົ່ງຜູ້ໂດຍສານ 10.197 ເທື່ອຄົນ ແລະ ຂົນສົ່ງຜູ້ໂດຍສານທັງໝົດ 3,74 ລ້ານເທື່ອຄົນ. ນັບແຕ່ການເປີດດຳເນີນງານຂະບວນລົດໄຟໂດຍສານສາກົນໃນວັນທີ 13 ເມສາປີ 2023 ເປັນຕົ້ນມາ, ໄດ້ຂົນສົ່ງຜູ້ໂດຍສານຂ້າມຊາດທັງໝົດ 95.000 ກວ່າເທື່ອຄົນຈາກ 72 ປະເທດ ແລະ ເຂດແຄວ້ນ; ຜະລິດຕະພັນທີ່ຂົນສົ່ງຕາມຂະບວນລົດໄຟຂ້າມຊາດກໍໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ (ຂົນສົ່ງສິນຄ້າ 29 ລ້ານ 1 ແສນໂຕນ ຊຶ່ງໄດ້ເສີມຂະຫຍາຍບົດບາດທີ່ເປັນຊ່ອງທາງຄຳດ້ານການຂົນສົ່ງນັບມື້ນັບພົ້ນເດັ່ນຂຶ້ນ).
ຮູບຖ່າຍກັບຄະນະຜຸ້ແທນຫວຽດນາມ ຢູ່ທາງລອດຂ້າມຟາກໄປຂຶ້ນລົດໄຟ
ທັງໝົດນີ້, ແມ່ນການຊຸກຍູ້ທີ່ສ້າງຜົນຂະໂຫຍດຢ່າງແທ້ຈິງ ລວມເຖິງການຂົນສົ່ງສິນຄ້າ, ການລົງທຶນຕາມແລວທາງລົດໄຟລາວ-ຈີນ ຊຶ່ງສະເພາະການທ່ອງທ່ຽວແມ່ນໄດ້ຮັບການຍູ້ແຮງຕະຫຼອດ 2 ປີຜ່ານມາ; ການເປີດປີທ່ອງທ່ຽວລາວ 2024 ກໍໄດ້ມີຂ່າວແຈ້ງວ່າ “ທາງລົດໄຟລາວ-ຈີນ ໄດ້ມີບົດບາດສຳຄັນໃນການສົ່ງເສີ່ມການທ່ອງທ່ຽວໃນປະເທດລາວ ຢ່າງຈະແຈ້ງ. ນັບແຕ່ເປີດການນໍາໃຊ້ທາງລົດໄຟລາວ-ຈີນ ເປັນເວລາເກືອບ 2 ປີຜ່ານມາ, ທາງລົດໄຟລາວ-ຈີນ ໄດ້ກາຍເປັນທາງເລືອກບຸລິມະສິດ ສຳລັບນັກທ່ອງທ່ຽວຈາກປະເທດຕ່າງໆໃນໂລກ ເພື່ອເດີນທາງໄປທ່ຽວຊົມແຫຼ່ງທ່ອງທ່ຽວທີ່ມີຊື່ສຽງແຫ່ງຕ່າງໆຂອງລາວ”. ໃນໂອກາດຕ້ອນຮັບຄະນະຜູ້ແທນໜັງສືພິມ ເຍິນເຢິນ (ປະຊາຊົນ) ສຽງຂອງສູນກາງພັກ, ລັດ ແລະ ປະຊາຊົນຫວຽດນາມ ທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງວັນທີ 24-29 ທັນວາ 2023, ຂ້ອຍໄດ້ພາຄະນະດັັ່ງກ່າວສຳພັດຕົວຈິງ ຂີ່ລົດໄຟລາວ-ຈີນ ໄປທ່ອງທ່ຽວແຂວງຫຼວງພະບາງ ເມືອງມໍລະດົກໂລກຂອງ ສປປ ລາວ ໃນວັນທີ 28 ທັນວາ ຊຶ່ງທາງຄະນະຜູ້ແທນດັ່ງກ່າວ ກໍໄດ້ມີຈຸດປະສົງຂີ່ລົດໄຟ ທີ່ເປັນປະຫວັດສາດໜ້າໃໝ່ຂອງລາວ ອັນເປັນທ່າແຮງສຳຄັນໃນການພັດທະນາປະເທດ ດ້ານການຄ້າ, ການລົງທຶນ ແລະ ໂດຍສະເພາະດ້ານອຸດສາຫະກຳການທ່ອງທ່ຽວ ຈະເປັນທ່າແຮງສຳຄັນປະກອບສ່ວນໃນການເຕີບໂຕ GDP ຂອງລາວ.
ນີ້ໄດ້ສ່ອງແສງຢ່າງຈະແຈ້ງເຖິງການປ່ຽນແປງທີ່ຕັ້ງໜ້າ ເປັນທ່າແຮງແຫ່ງການພັດທະນາປະເທດຂອງ ສປປ ລາວ ດ້ວຍທາງລົດໄຟລາວ-ຈີນ “ມັງກອນເຫຼັກ” ແຫ່ງຄວາມຫວັງຂອງປະຊາຊົນລາວ-ຈີນ ແລະ ນີ້ກໍຄືເລື່ອງລາວຂອງຂ້ອຍ ປະຊາຊົນລາວຜູ້ໜຶ່ງ ທີ່ໄດ້ມີໜ້າທີ່ວຽກງານໃນການເຜີຍແຜ່ກ່ຽວກັບທາງລົດໄຟລາວ-ຈີນ ຊຶ່ງຂ້ອຍຍັງສືບຕໍ່ເຜີຍແຜ່ຕາມເງື່ອນໄຂຕົວຈິງທີ່ໄດ້ຮ່ວມວຽກງານ ຄືດັ່ງທີ່ວ່າ ຍາມໃດສື່ມວນຊົນລາວ ກໍໄດ້ຕິດພັນກັບ ທາງລົດໄຟລາວ-ຈີນ, ຕິດພັນກັບການໂຄສະນາສ້າງປະໂຫຍດໃຫ້ແກ່ປະເທດ ກໍຄືການຮ່ວມມືບົນພື້ນຖານການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ການພົວພັນຮ່ວມມືຕາມທິດ 4 ດີ ຄື: ເພື່ອນບ້ານໃກ້ຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ; ການສ້າງປະຊາຄົມຮ່ວມຊາຕາກຳ ລາວ-ຈີນ ໂດຍສະເພາະ “ແຜນແມ່ບົດວ່າດ້ວຍການຮ່ວມກັນສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ ແຕ່ປີ 2024 ຫາ 2028 ລະຫວ່າງ ພັກກອມມູນິດຈີນ ກັບ ພັກປະຊາຊົນ ປະຕິວັດລາວ”, ເອກະສານການຮ່ວມມືລະຫວ່າງສອງຝ່າຍຫຼາຍສະບັບໃນການຮ່ວມກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ໃນດ້ານເສດຖະກິດຕີຈີດອນ, ຖະແຫຼງຂ່າວ, ວັດທະນະທໍາ, ການທ່ອງທ່ຽວ, ສາທາລະນະສຸກ, ການກວດກາ ແລະ ກວດເຊື້ອພະຍາດຕາມດ່ານພາສີ ແລະ ອື່ນໆ.