ເສັ້ນທາງລົດໄຟລາວ-ຈີນ ສັນຍາລັກແຫ່ງມິດຕະພາບການເຊື່ອມໂຍງໄລຍະໃໝ່
2024-01-09 17:01:51      来源:昆明信息港

ເສັ້ນທາງລົດໄຟລາວ-ຈີນ ແມ່ນໂຄງການຮ່ວມມືລະດັບຊາດລະຫວ່າງສອງພັກ, ສອງລັດຖະບານ ຂອງ ສປປ ລາວ ແລະ ສປ ຈີນ ທີ່ມີຕົ້ນກໍາເນີດມາຈາກແນວຄິດຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ແລະ ຍຸດທະສາດ “ການຫັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລໃຫ້ກາຍເປັນປະເທດເຊື່ອມໂຍງ, ເຊື່ອມຈອດກັບພາກພື້ນ ແລະ ສາກົນຂອງ ສປປ ລາວ”. ໂຄງການດັ່ງກ່າວ ໄດ້ລິເລີ່ມກໍ່ສ້າງວາງສີລາຈາລຶກໃນວັນທີ 2 ທັນວາ ປີ 2015 ແລະ ໄດ້ສໍາເລັດການກໍ່ສ້າງເປີດນໍາໃຊ້ຢ່າງເປັນທາງການໃນວັນທີ 3 ທັນວາ ປີ 2021, ລວມມູນຄ່າການກໍ່ສ້າງປະມານ 5,956 ລ້ານໂດລາສະຫະລັດ. ເສັ້ນທາງລົດໄຟລາວ-ຈີນ ມີຈຸດເລີ່ມຕົ້ນຢູ່ທີ່ນະຄອນຄຸນໝິງ, ມົນທົນຢູນນານຂອງ ສປ ຈີນ ຫາປາຍທາງແມ່ນນະຄອນຫຼວງວຽງຈັນຂອງ ສປປ ລາວ ມີຄວາມຍາວທັງໝົດປະມານ 1.035 ກິໂລແມັດ, ມີ 33 ສະຖານີ ໂດຍຜ່ານບັນດາແຂວງພາກເໜືອຂອງລາວ ເຊັ່ນ: ແຂວງວຽງຈັນ, ຫຼວງພະບາງ, ອຸດົມໄຊ ແລະ ຫຼວງນໍ້າທາ. ໂຄງການດັ່ງກ່າວຖືເປັນຂີດໝາຍປະຫວັດສາດ ແລະ ມີຄວາມສໍາຄັນຢ່າງຍິ່ງໃນສາຍພົວພັນຮ່ວມມືມິດຕະພາບລາວ-ຈີນໄລຍະໃໝ່ເວົ້າລວມ, ເວົ້າສະເພາະແມ່ນການເຊື່ອມໂຍງ, ເຊື່ອມຈອດທາງດ້ານຄົມມະນາ-ຂົນສົ່ງ ກໍຄືການຊຸກຍູ້ສົ່ງເສີມທາງດ້ານເສດຖະກິດຂອງສອງປະເທດໃຫ້ເຕີບໃຫຍ່ແຂງແຮງ.

1704790750010

(ຮູບປະກອບຈາກສໍານັກຂ່າວ CRI: ພິທີເປີດຂະບວນລົດໄຟຄັ້ງປະຖົມມະລຶກ ຂະບວນລ້າງຊ້າງ ວັນທີ 16 ຕຸລາ 2021)

ພາຍຫຼັງເປີດນໍາໃຊ້ຢ່າງເປັນທາງການ ເສັ້ນທາງລົດໄຟລາວ-ຈີນ ໄດ້ກາຍເປັນເສັ້ນທາງຍຸດທະສາດທີ່ສໍາຄັນຂອງສອງປະເທດໃນການເຊື່ອມໂຍງ, ເຊື່ອມຈອດທາງດ້ານຄົມມະນາຄົມ-ຂົນສົ່ງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງສອງປະເທດຢ່າງແຂງແຮງ ແລະ ກາຍເປັນສັນຍາລັກແຫ່ງມິດຕະພາບ, ການພົວພັນຮ່ວມມືທີ່ເປັນມູນເຊື້ອຍາວນານຂອງສອງປະເທດໃຫ້ເຂົ້າສູ່ລວງເລິກ, ຮອບດ້ານ ແລະ ໜັກແໜ້ນເຂັ້ມແຂງ; ກາຍເປັນຄູ່ຮ່ວມຊາຕະກໍາຄຽງບ່າຄຽງໄລ່ຕາມອຸດົມການຂອງສອງພັກໄດ້ກໍານົດໄວ້ຕາມທິດສີ່ດີ (ບ້ານໃກ້ເຮືອນຮຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ). ໃນໄລຍະຕົ້ນຂອງການເປີດນໍາໃຊ້ (11 ເດືອນຂອງປີ 2022) ຂະບວນລົດໄຟລາວ-ຈີນສາມາດຂົນສົ່ງສິນຄ້າຂາເຂົ້າ-ຂາອອກໄດ້ທັງໝົດປະມານ 1.678 ລ້ານໂຕນ, ລວມມູນຄ່າ 12.18 ຕື້ຢວນ, ຂົນສົ່ງຜູ້ໂດຍສານໄດ້ 24 ລ້ານເທື່ອຄົນ. ການຂົນສົ່ງສິນຄ້າ ກໍຄືການຂົນສົ່ງໂດຍສານຜ່ານເສັ້ນທາງລົດໄຟລາວ-ຈີນ ນອກຈາກຈະສ້າງຜົນປະໂຫຍດມະຫາສານ ແລະ ອໍານວຍຄວາມສະດວກໃຫ້ແກ່ສອງປະເທດແລ້ວ ຍັງໄດ້ສ້າງແຮງດຶງດູດ, ຄວາມສະດວກສະບາຍ ແລະ ມີອິດທິພົນຕໍ່ກັບບັນດາປະເທດໃນພາກພື້ນ ໂດຍສະເພາະແມ່ນດຶງດູດເອົາບັນດານັກທ່ອງທ່ຽວຕ່າງປະເທດເຂົ້າມາສໍາພັດ ແລະ ທ່ອງທ່ຽວເສັ້ນທາງສາຍໄໝຢ່າງຄຶກຄັກ ເຮັດໃຫ້ຂະແໜ່ງການທ່ອງທ່ຽວຂອງສອງປະເທດມີຊີວິດຊີວາຫຼາຍຂຶ້ນ. ພ້ອມນີ້, ຍັງຈະສາມາດດຶງດູດເອົານັກລົງທຶນເຂົ້າມາລາວເພີ່ມຂຶ້ນ ແລະ ສ້າງວຽກເຮັດງານທຳໃຫ້ແກ່ແຮງງານລາວຫຼາຍກວ່າເກົ່າ. ເສັ້ນທາງລົດໄຟລາວ-ຈີນ ຖືໄດ້ວ່າເປັນກຸນແຈທີ່ສໍາຄັນ ເພື່ອສາມາດເຊື່ອມໂຍງ, ເຊື່ອມຈອດເສດຖະກິດຂອງສປປ ລາວ ກັບບັນດາປະເທດພາກພື້ນ ແລະ ສາກົນໃຫ້ມີການພັດທະນາຢ່າງຮອບດ້ານໃນອະນາຄົດ. ມາຮອດປັດຈຸບັນ ເສັ້ນທາງລົດໄຟລາວ-ຈີນ ໄດ້ຄົບຮອບສອງປີຂອງການເປີດນໍາໃຊ້ຢ່າງເປັນທາງການ ເຊິ່ງຖືເປັນຂອງຂວັນອັນລໍ້າຄ່າຂອງປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ; ກາຍເປັນສັນຍາລັກຮ່ວມມືມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງປະຊາຊົນສອງຊາດລາວ-ຈີນ ໂດຍສະເພາະແມ່ນການພົວພັນຮ່ວມມືໃນເງື່ອນໄຂໃໝ່ໃຫ້ມີປະສິດທິຜົນຍິ່ງໃຫຍ່ກວ່າເກົ່າ.

1704790780613

(ຮູບປະກອບຈາກສໍານັກຂ່າວ CRI: ພິທີເປີດຂະບວນລົດໄຟຄັ້ງປະຖົມມະລຶກ ຂະບວນລ້າງຊ້າງ ວັນທີ 16 ຕຸລາ 2021)

ສ່ວນຕົວຂອງຂ້າພະເຈົ້າເອງ ກໍໄດ້ມີໂອກາດຂີ່ສໍາພັດຕົວຈິງເຖິງສາມຄັ້ງ; ຄັ້ງທີ່ໜຶ່ງຄືຕົ້ນປີ 2021 ທີ່ທາງບໍລິສັດເຊີນໃຫ້ພະນັກງານໂຄສະນາພວກເຮົາຂີ່ທົດລອງຈາກສະຖານີວຽງຈັນຫາສະຖານີວັງວຽງ ແລະ ຄັ້ງທີ່ສອງ, ຄັ້ງທີ່ສາມ ແມ່ນໄປວຽກທາງລັດຖະການ ຈາກສະຖານີນະຄອນຫຼວງວຽງຈັນຫາຫຼວງພະບາງ. ໃນແຕ່ລະຄັ້ງ ຂ້າພະເຈົ້າລ້ວນແຕ່ມີຄວາມປະທັບໄຈ, ພາກພູມໄຈທີ່ເປັນຄົນລາວໃນຈໍານວນຫຼາຍລ້ານຄົນທີ່ໄດ້ມີໂອກາດມາຂີ່ ແລະ ສໍາພັດດ້ວຍຕົວເອງ. ສິ່ງທີ່ເຮັດຂ້ອຍປະທັບໄຈທີ່ສຸດ ແມ່ນຄວາມເອົາໃຈໃສ່ໃນການບໍລິການຂອງພະນັກງານຢູ່ແຕ່ລະສະຖານີ ແລະ ຄວາມເປັນລະບຽບຮຽບຮ້ອຍຢູ່ເທິງລົດ; ອີກສິ່ງໜຶ່ງທີ່ປະທັບໄຈ ແລະ ພູມໄຈເສັ້ນທາງລົດໄຟລາວ-ຈີນ ແມ່ນຄວາມສວຍງາມ, ຄວາມທັນສະໄໝ ແລະ ລູ່ຫຼ່າຂອງໂຕລົດໄຟເອງທີ່ບໍ່ໜ້ອຍໜ້າຂອງຂະບວນລົດໄຟໃນປະເທດທີ່ຈະເລີນແລ້ວ; ລະດັບຄວາມໄວສະເລ່ຍຖືວ່າຢູ່ໃນເກນທີ່ມາດຕະຖານສາກົນ ແລະ ທີ່ສໍາຄັນແມ່ນມີຄວາມປອດໄພ 100%. ຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າເສັ້ນທາງລົດໄຟລາວ-ຈີນ ຈະກາຍເປັນແມ່ແຮງຊຸກຍູ້ທີ່ສໍາຄັນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງລາວໃຫ້ມີການເຕີບໂຕແບບກ້າວກະໂດດໃນອະນາຄົດຢ່າງແນ່ນອນ. 

编辑:ທ້າວ ພອນຄໍາ ສີສົມພັນ 责任编辑:袁艳

广告热线:(0871)65364045  新闻热线:(0871)65390101

24小时网站违法和不良信息举报电话:0871-65390101  举报邮箱:2779967946@qq.com

涉未成年人举报电话:0871-65390101  举报邮箱:2779967946@qq.com

国新网许可证编号:53120170004

增值电信业务经营许可证(ICP):滇B2-20090009