ທາງລົດໄຟລາວ-ຈີນ ຈະສົ່ງເສີມການແລກປ່ຽນດ້ານເສດຖະກິດ ແລະ ວັດທະນະທໍາ
2024-01-09 15:23:05      来源:昆明信息港

587d2a682fc09e85f8794f1b0e651b8

ກະແຈທີ່ສອງປະເທດລາວ-ຈີນ ໄດ້ສ້າງຮ່ວມກັນ ແລະ ສາມາດໄຂປະຕູບານໃຫຍ່ແຫ່ງຄວາມຝັນຂອງປະຊາຊົນລາວ ໃນການຫັນປະເທດບໍ່ມີທາງອອກສູ່ທະເລ ກາຍເປັນປະເທດເຊື່ອມໂຍງເຊື່ອມຈອດກັບພາກພື້ນນັ້ນຄືເສັ້ນທາງລົດໄຟລາວ-ຈີນ. ເສັ້ນທາງລົດໄຟລາວ-ຈີນ ຈະຊຸກຍູ້ໃຫ້ຂະແໜງການຕ່າງໆຂອງປະເທດລາວເຊື່ອມໂຍງເຂົ້າກັນ, ພັດທະນາໄວຂຶ້ນແບບກ້າວກະໂດດ, ພ້ອມສ້າງໂອກາດສ້າງອາຊີບໃຫ້ປະຊາຊົນມີວຽກເຮັດງານທຳ ເປັນການເພີ້ມລາຍຮັບ. ສິ່ງສຳຄັນແມ່ນສ້າງໂອກາດໃນການພັດທະນາ ປະຊາຊົນລຽບເສັ້ນທາງລົດໄຟ ໃຫ້ມີລາຍຮັບທີ່ໝັ້ນຄົງ.

ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ແມ່ນໜຶ່ງໃນຫລາຍໂຄງການທີ່ນອນຢູ່ໃນຂອບການຮ່ວມມືໜຶ່ງແລວໜຶ່ງເສັ້ນທາງ, ໂຄງການລົດໄຟດັ່ງກ່າວໄດ້ເລີ່ມຈັດຕັ້ງປະຕິບັດໃນສົກປີ 2015-2016 ສຳເລັດ ແລະ ເປີດໃຫ້ບໍລິການໃນທ້າຍປີ 2021. ມາຮອດປະຈຸບັນສາມາດຂົນສົ່ງສີນຄ້າຫລາຍກວ່າ 5 ລ້ານໂຕນ, ຂົນສົ່ງຜູ້ໂດຍສານໄດ້ຫລາຍກວ່າ 3 ລ້ານເທື່ອຄົນ, ສິ່ງສຳຄັນໄດ້ສັ່ງຊື້ຂະບວນລົດໄຟເພີ້ມອີກຈາກປົກກະຕິ 5 ຂະບວນມາເປັນ 6 ຂະບວນ ແລະ ເປີດບໍລິການແລ່ນລົດໄຟຂ້າມແດນລະຫວ່າງສປປ ລາວ ແລະ ສປ ຈີນ, ສ້າງວຽກເຮັດງານທຳໃຫ້ປະຊາຊົນຫລາຍກວ່າ 3 ແສນຄົນ, ສ້າງໜໍ່ແໜງໃຫ້ແກ່ການຜະລິດເປັນສີນຄ້າຫລາຍເພີ່ມຂຶ້ນ, ທັງໝົດເຫລົ່ານີ້ເຫັນວ່າ ເປັນການຊຸກຍູ້ສົ່ງ ເສີມ ແລະ ຂະຫຍາຍການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທືນຕະຫລອດເຖິງການຖ່າຍທອດເຕັກໂນໂລຊີທີ່ກ້າວໜ້າ, ການແລກປ່ຽນວັດທະນະທຳ-ສັງຄົມ ກໍຄືການໄປມາຫາສູ່ກັນລະຫວ່າງປະຊາຊົນກັບປະຊາຊົນ, ຊຶ່ງເປັນການສົ່ງເສີມອຸດສາຫະກຳການທ່ອງທ່ຽວໃຫ້ມີຄວາມເຂັ້ມແຂງ ແລະ ພັດທະນາໃຫ້ຫລາຍເພີ່ມຂຶ້ນ.

ທ່ານອະດີດຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ຫົວໜ້າຜູ້ປະສານງານໂຄງ ການທາງລົດໄຟລາວ-ຈີນ ກ່າວວ່າ: ການສ້າງທາງລົດໄຟລາວ-ຈີນ ຈະເປັນການສົ່ງເສີມການແລກ ປ່ຽນດ້ານເສດຖະກິດການຄ້າ ແລະ ການແລກປ່ຽນດ້ານວັດທະນະທຳ ລະຫວ່າງສອງປະເທດລາວ-ຈີນໃຫ້ແໜ້ນແຟ້ນຍິ່ງຂຶ້ນ, ທັງເປັນການຊຸກຍູ້ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດໃນຖານະໂຄງການທີ່ເປັນສັນຍາລັກມິດຕະພາບລາວ-ຈີນ ໃນຂອບການຮ່ວມກັນສ້າງ ໜຶ່ງແລວໜຶ່ງເສັ້ນທາງ, ເສັ້ນທາງລົດໄຟລາວ-ຈີນ ຍັງແມ່ນເສັ້ນທາງແຫ່ງການພັດທະນາ, ເສັ້ນທາງແຫ່ງການຫັນປະເທດທີ່ບໍ່ມີທາງອອກສູ່ທະເລ ກາຍເປັນປະເທດເຊື່ອມໂຍງເຊື່ອມຈອດກັບພາກພື້ນ ແລະ ບໍ່ພຽງແຕ່ແມ່ນຄວາມຝັນຂອງປະຊາຊົນລາວເທົ່ານັ້ນ, ຍັງໄດ້ກາຍເປັນເປົ້າໝາຍສຳຄັນ ໃນການພັດທະນາຂອງຊາວລາວຕື່ມອີກ.

编辑:ນາງ ກິຕາ ລັດຕະນະວົງ (Kita LATTANA) 责任编辑:袁艳

广告热线:(0871)65364045  新闻热线:(0871)65390101

24小时网站违法和不良信息举报电话:0871-65390101  举报邮箱:2779967946@qq.com

涉未成年人举报电话:0871-65390101  举报邮箱:2779967946@qq.com

国新网许可证编号:53120170004

增值电信业务经营许可证(ICP):滇B2-20090009