ລົດໄຟລາວ-ຈີນ ຊ່ວຍພັດທະນາ ລາວ ກາຍເປັນປະເທດເຊື່ອມຈອດ
2024-01-02 16:53:09      来源:昆明信息港

a47d5f5477ad7ae96f6eb5bb3b24277

ເສັ້ນທາງລົດໄຟລາວ-ຈີນ ແມ່ນໜຶ່ງໃນໂຄງການ ທີ່ນອນຢູ່ໃນຂອບການຮ່ວມມື ໜຶ່ງແລວໜຶ່ງເສັ້ນທາງ ສປ ຈີນ ຖືວ່າເປັນຍຸດທະສາດທີ່ສຳຄັນ ແລະ ມີຄວາມໝາຍເປັນຢ່າງຍິ່ງ, ຊຶ່ງສາມາດຊ່ວຍ ສປປ ລາວ ຫັນປະເທດບໍ່ມີຊາຍແດນຕິດກັບທະເລ ກາຍເປັນປະເທດເຊື່ອມຈອດ. ສິ່ງສໍາຄັນໄດ້ເຮັດໃຫ້ສອງຊາດລາວ-ຈີນ ສາມາດເຊື່ອມໂຍງ, ກົມກຽວໃນການພັດທະນາຕາມຄວາມມຸ່ງມາດປາຖະໜາຂອງຕົນ ເພື່ອນໍາເອົາຜົນປະໂຫຍດສູງສຸດມາໃຫ້ປະຊາຊົນສອງຊາດລາວ-ຈີນ, ຈີນ-ລາວ. 

ການພັດທະນາເສັ້ນທາງລົດໄຟ ລາວ-ຈີນ ຖືເປັນເສັ້ນເລືອດໃຫຍ່ທີ່ສໍາຄັນ, ເປັນໂອກາດຊຸກຍູ້ການນໍາໃຊ້ທ່າແຮງຂອງປະເທດ ໃນການເປັນສູນກາງທາງດ້ານໂລຈິດສະຕິກ ແລະ ຊຸກຍູ້ບັນດາກິດຈະກໍາທາງເສດຖະກິດ ໂດຍສະເພາະແມ່ນການທ່ອງທ່ຽວ, ການລົງທຶນ, ການຜະລິດ ແລະ ການຄ້າ.ຈາກທີ່ຕັ້ງທີ່ໂດດເດັ່ນ ແລະ ມີລົດໄຟແລ່ນຜ່ານ, ສປປ ລາວ ກາຍເປັນຈຸດສົນໃຈ ແລະ ເປັນທີ່ດຶງດູດຂອງການລົງທຶນໂດຍກົງຈາກຕ່າງປະເທດ, ການຄ້າຕ່າງປະເທດຈະເພີ່ມຂຶ້ນ, ຍ້ອນຄວາມສະດວກໃນການຂົນສົ່ງ ແລະ ປະຢັດຕົ້ນທຶນ. ອີງຕາມຜົນການສຶກສາຂອງທະນາຄານໂລກ 2019 ໄດ້ຄາດຄະເນຕົ້ນທຶນສໍາລັບການຄ້າສອງຝ່າຍລາວ-ຈີນ ດ້ວຍລົດໄຟທຽບກັບລົດບັນທຸກຈະຫລຸດລົງ 41,1%-51,8% ແລະ ຕົ້ນທຶນການຂົນສົ່ງສໍາລັບການຄ້າພາຍໃນປະເທດ ຈະຫລຸດລົງ 17,8%-39,8%. 

47ef2b9d82b0445ae51e4daf8b24dcc

ບົດສຶກສາຂອງທະນາຄານໂລກໃນປີ 2021 ຍັງຍົກໃຫ້ເຫັນວ່າ ຫລັງຈາກມີລົດໄຟແລ້ວ ມູນຄ່າການສົ່ງອອກຂອງ ສປປ ລາວ ຈະເພີ່ມຂຶ້ນ 1,5-3,6% ຕໍ່ປີ ແລະ ຄາດຄະເນວ່າຈະມີຄົນເດີນ ທາງໂດຍໃຊ້ລົດໄຟປະມານ 3,13 ລ້ານຄົນຕໍ່ປີ. ນອກຈາກນັ້ນ, ອີງຕາມບົດຄົ້ນຄວ້າສັງລວມວິຊາການຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ, 2022) ໄດ້ສະ ແດງໃຫ້ເຫັນວ່າ ລົດໄຟລາວ-ຈີນ ຈະສົ່ງເສີມໃຫ້ມີນັກທ່ອງທ່ຽວເຂົ້າມາ ສປປ ລາວ ເພີ່ມຂຶ້ນ 2,1%, ມູນຄ່າການຄ້າເພີ່ມຂຶ້ນ 2,9%, ການລົງທຶນໂດຍກົງຂອງຕ່າງປະເທດເພີ່ມຂຶ້ນ 3,6% ແລະ ຄາດວ່າຈະປະກອບສ່ວນຕໍ່ເສດຖະກິດໂດຍລວມ ຫລື GDP ຂອງປະເທດ ໃນລະດັບ 0,32%- 0,43%.

e24d060d4f52e7382de5d4546ecd9ad

ນອກຈາກຜົນໄດ້ຮັບທາງກົງແລ້ວ, ຍັງມີຜົນໄດ້ຮັບທາງອ້ອມອີກຫລາຍດ້ານ ທີ່ຄາດວ່າຈະເປັນປະໂຫຍດໃຫ້ແກ່ ສປປ ລາວ ເຊັ່ນ: ເມື່ອມີກະແສການໄຫລເຂົ້າມາຈາກການລົງທຶນໂດຍກົງຕ່າງ ປະເທດເພີ່ມຂຶ້ນ, ປະເທດຈະໄດ້ຮັບຜົນທາງອ້ອມຈາກການຖ່າຍທອດເທັກໂນໂລຊີ ແລະ ສີມືຄວາມຮູ້ຄວາມສາມາດ, ການພັດທະນາສິນຄ້າໃໝ່ເພື່ອການສົ່ງອອກ, ການເຂົ້າຫາຕະຫລາດຕ່າງປະເທດ ແລະ ການສ້າງວຽກເຮັດງານທໍາໃນສັງຄົມ. ສາມາດຫລຸດຜ່ອນອັດຕາຄວາມທຸກຍາກຈາກ 17,0% ເຫລືອ 15,6%. ທັງໝົດນີ້, ແມ່ນຜົນກະທົບທາງກົງ ແລະ ທາງອ້ອມທີ່ຄາດວ່າຈະເກີດຂຶ້ນໃນຕໍ່ໜ້າຄື ສິ່ງທີ່ເຮົາສາມາດເຫັນໄດ້ທີ່ເກີດຂຶ້ນ ພາຍຫລັງເລີ່ມເປີດນໍາໃຊ້ເສັ້ນທາງລົດໄຟ ຢ່າງເປັນທາງການໃນທ້າຍປີ 2021 ແລະ ສະເພາະໃນປີ 2022 ພາຍຫລັງເປີດປະເທດຢ່າງເປັນທາງການ ຈາກມາດຕະ ການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19, ສະພາບການທ່ອງທ່ຽວໄດ້ກັບມາຄຶກຄັກອີກຄັ້ງ ສິ່ງສໍາຄັນ ທີ່ດຶງດູດໃຫ້ມີນັກທ່ອງທ່ຽວເຂົ້າມາທ່ອງທ່ຽວຫລາຍ ກໍ່ແມ່ນເພື່ອຢາກມາສໍາພັດເສັ້ນທາງລົດໄຟລາວ-ຈີນ ທີ່ເຮັດໃຫ້ການເດີນທາງມີຄວາມສະດວກສະບາຍ ແລະ ປອດໄພຍິ່ງຂຶ້ນ. 

编辑:ມະນີລັດ ວິໄລ (Manirath​ Vilay) 责任编辑:袁艳

广告热线:(0871)65364045  新闻热线:(0871)65390101

24小时网站违法和不良信息举报电话:0871-65390101  举报邮箱:2779967946@qq.com

涉未成年人举报电话:0871-65390101  举报邮箱:2779967946@qq.com

国新网许可证编号:53120170004

增值电信业务经营许可证(ICP):滇B2-20090009