ປະທັບໃຈທີ່ໄດ້ຂີ່ລົດໄຟ ລາວ-ຈີນ ເປັນຄັ້ງທໍາອິດ
2023-12-28 14:53:10      来源:ສະບາຍດີ

12d178134624f1ef3ffeece1ae1e88b

ໂຄງການລົດໄຟລາວ-ຈີນ ເປັນສັນຍະລັກແຫ່ງມິດຕະພາບລາວ-ຈີນແຫ່ງຍຸກສະໄໝໃໝ່, ເປັນໂຄງການຍຸດທະສາດຂອງລາວໃນການຫັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລໃຫ້ກາຍເປັນປະເທດເຊື່ອມໂຍງ ເຊື່ອມຈອດ ເຮັດໃຫ້ຄວາມໃຝ່ຝັນຄວາມຄອງຄອຍຂອງປະຊາຊົນລາວບັນລຸຜົນສຳເລັດເປັນຈິງ.

bf2027af53348c7d319f0d3e2408f91

“ຂ້າພະເຈົ້າ ຮູ້ສຶກດີໃຈຫລາຍໄດ້ຂີ່ລົດໄຟລາວ-ຈີນ ມັນເປັນຄວາມຝັນແຕ່ຍັງນ້ອຍໆ ແຕ່ໄດ້ກາຍມາເປັນຄວາມຈິງແລ້ວໃນປັດຈຸບັນ”.ວັນທີ 24 ທັນວາ 2021, ຫລັງຈາກພິທີເປີດນໍາໃຊ້ຢ່າງເປັນທາງການໃນຕົ້ນເດືອນທັນວາ, ຂ້າພະເຈົ້າ ໄດ້ມີໂອກາດທົດລອງຂີ່ລົດໄຟລາວ-ຈີນ ເປັນຄັ້ງທໍາອິດ ໃນການປະຕິບັດໜ້າທີ່ ເປັນນັກຂ່າວ ຂອງສໍານັກຂ່າວສານປະເທດລາວ. ເຖິງວ່າ ຈະເປັນຄັ້ງທໍາອິດ ແຕ່ກໍຮູ້ສຶກປະທັບໃຈຫລາຍ ຕໍ່ການບໍລິການ ຂອງເຈົ້າໜ້າທີ່ລົດໄຟ ທີ່ເອື້ອອໍານວຍຄວາມສະດວກໃຫ້ຜູ້ໂດຍສານໄດ້ເປັນຢ່າງດີ ແລະ ເປັນມືອາຊີບ, ສິ່ງດັ່ງກ່າວເປັນການຢັ້ງຢືນວ່າ ເຂົາເຈົ້າ ໄດ້ຜ່ານການຝຶກອົບຮົມມາຢ່າງຄັກແນ່ ສະແດງອອກຄື: ເມື່ອລົດໄຟຈອດແຕ່ລະສະຖານີ ທັງເຈົ້າໜ້າທີ່ປະຈຳຢູ່ສະຖານີ ແລະ ຢູ່ເທິງລົດໄຟຕ່າງກໍປະຕິບັດໜ້າທີ່ດ້ວຍຄວາມຂຸ້ນຂ້ຽວ, ວ່ອງໄວ, ຫ້າວຫັນ. ຕະຫລອດໄລຍະການເດີນທາງ ຈຶ່ງເຮັດໃຫ້ ຂ້າພະເຈົ້າ ມີຄວາມສຸກ ແລະ ເພີດເພີນ ກັບການຊົມທິວທັດທຳມະຊາດລະຫວ່າງການເດີນທາງ ແລະ ຫາກໍຮູ້ສຶກວ່າ ປະເທດລາວ ມີທຳມະຊາດທີ່ສວຍງາມ ຢູ່ທຸກບ່ອນ. 

ການເດີນທາງດ້ວຍລົດໄຟລາວ-ຈີນ ຈາກນະຄອນຫລວງວຽງຈັນ ໄປແຂວງຫລວງພະບາງ ເມືອງມໍລະດົກໂລກຄັ້ງນີ້ ປະຢັດເວລາ ແລະ ປະຢັດຄ່າໃຊ້ຈ່າຍຫລາຍ, ຈາກແຕ່ກ່ອນເດີນທາງດ້ວຍລົດ ໃຊ້ເວລາປະມານ 8 ຊົ່ວໂມງ ແຕ່ເດີນທາງດ້ວຍລົດໄຟ ໃຊ້ເວລາ 1 ຊົ່ວໂມງກວ່າເທົ່ານັ້ນ. ການເດີນທາງດ້ວຍລົດໄຟລາວ-ຈີນ ຈະເຮັດໃຫ້ການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າຕ່າງໆ ບໍ່ແມ່ນເລື່ອງຍາກອີກຕໍ່ໄປ.

编辑:Vilavanh LODSUVANH 责任编辑:洪俊杰

广告热线:(0871)65364045  新闻热线:(0871)65390101

24小时网站违法和不良信息举报电话:0871-65390101  举报邮箱:2779967946@qq.com

涉未成年人举报电话:0871-65390101  举报邮箱:2779967946@qq.com

国新网许可证编号:53120170004

增值电信业务经营许可证(ICP):滇B2-20090009