ການເປີດນໍາໃຊ້ຂະບວນລົດໄຟຜູ້ໂດຍສານສາກົນຕາມທາງລົດໄຟລາວ-ຈີນຢ່າງເປັນທາງການ, ໄດ້ເຊິື່ອມຕໍ່ເຊີື່ອມໂຍງນະຄອນຄຸນໝິງ, ສິບສອງພັນນາ, ຫຼວງພະບາງ, ນະຄອນຫຼວງວຽງຈັນ ແລະ ບັນດາຕົວເມືອງທ່ອງທ່ຽວ, ມີບົດບາດອັນຕັ້ງໜ້າໃນການຊຸກຍູ້ການເຊື່ອມໂຍງການທ່ອງທ່ຽວ ແລະ ວັດທະນະທຳລະຫວ່າງຈີນກັບອາຊີໃຕ້ແລະອາຊີຕາເວັນອອກສ່ຽງໃຕ້.
ເພື່ອຮັບປະກັນການດໍາເນີນຂະບວນລົດໄຟຜູ້ໂດຍສານສາກົນຕາມທາງລົດໄຟມີຄວາມປອດໄພ ແລະ ລະບຽບຮຽບຮ້ອຍ, ບໍລິສັດທາງລົດໄຟຈີນສາຂາຄຸນໝິງປັບປຸງສາຍທາງຂອງຜູ້ໂດຍສານເຂົ້າອອກສະຖານີຢູ່ສະຖານີຄຸນໝີງໃຕ້ ແລະ ສະຖານີບໍ່ຫານຢ່າງຕໍ່ເນື່ອງ, ຕິດຕັ້ງປ້າຍແນະນຳເປັນພາສາຈີນ, ລາວ ແລະ ອັງກິດຢູ່ຫ້ອງຂາຍປີ້, ທາງເຂົ້າ, ປະຕູກວດປີ້, ແລະ ບ່ອນຖ້າລົດ, ປະກາດຄວາມຮູ້ຈໍາເປັນໃນການເດີນທາງ, ຄວາມຮູ້ຈໍາເປັນໃນການຂີ່ລົດໄຟ ແລະ ຂັ້ນຕອນການເຂົ້າ-ອອກເມືອງໃຫ້ຜູ້ໂດຍສານສາກົນຮັບຮູ້.
ເພື່ອຮັບປະກັນຜຸ້ໂດຍສານໄດ້ຜ່ານດ່ານຢ່າງມີປະສິດທິພາບສູງ ແລະ ຄວາມສະດວກ, ພາກສ່ວນການກວດດ່ານຊາຍແດນໃຊ້ມາດຕະການ 4 ລາຍການ: ໜຶ່ງແມ່ນເພີ່ມທະວີຜູ້ນໍາຢູ່ນອກເວທີຂອງສະຖານີ ແລະ ຕໍາຫຼວດທີ່ເສີມກຳລັງເຄື່ອນທີ່, ເພື່ອຊ່ວຍເຫລືອຜູ້ໂດຍສານທີ່ມີເລືີ່ອງຮີບດ່ວນ ແລະ ອັນຕະລາຍ. ສອງແມ່ນເປີດທາງຜ່ານສະເພາະໃຫ້ປະຊາຊົນຈີນ, ຮັບປະກັນປະຊາຊົນຈີນຜ່ານດ່ານໃຊ້ເວລາບໍ່ເກີນ 30 ນາທີ. ສາມແມ່ນເອົາບັດເຂົ້າເມືອງສໍາລັບຄົນຕ່າງປະເທດໃຫ້ພະນັກງານປະຈໍາຫົວຈັກລົດໄຟ, ເພີື່ອແຈກຢາຍໃຫ້ຜູ້ໂດຍສານທີ່ຈະເຂົ້າເມືອງຂຽນລ່ວງໜ້າ, ໄດ້ຫຼຸດສັ້ນເວລາເຮັດເອກະສານເຂົ້າເມືອງສໍາລັບຄົນຕ່າງປະເທດ. ສີ່ແມ່ນສຸມໃສ່ການກໍ່ສ້າງດ່ານຊາຍແດນແບບອະສະລິຍະ, ເພີ່ມທະວີການແບ່ງປັນຂໍ້ມູນຂ່າວສານ ແລະ ຊັບພະຍາກອນກັບພາກສ່ວນກ່ຽວຂ້ອງ, ສົມທົບກຳລັງຂອງທຸກຝ່າຍຢ່າງມີປະສິດທິຜົນ, ເພື່ອຍົກສູງປະສິດທິພາບການຜ່ານດ່ານ.