ເສັ້ນທາງລົດໄຟລາວ-ຈີນ ເລີ່ມແຕ່ນະຄອນຄຸນໝິງ ສປ ຈີນ ຮອດນະຄອນຫຼວງວຽງຈັນ ສປປ ລາວ, ມີຄວາມຍາວທັງໝົດ 1,035 ກິໂລແມັດ, ໄດ້ສ້າງຊ່ອງທາງການຂົນສົ່ງຄຳສາກົນລະຫວ່າງຈີນ ແລະ ອາຊຽນທີ່ມີຄວາມສະດວກ ແລະ ປະສິດທິພາບ.ນັບແຕ່ໄດ້ເປີດການບໍລິການຢ່າງເປັນທາງການໃນວັນທີ 3 ທັນວາ ປີ2021 ໄດ້ສົ່ງຜູ້ໂດຍສານ 3,27 ລ້ານເທື່ອຄົນ ແລະ ສິນຄ້າ 4,03 ລ້ານໂຕນ, ວິສາຫະກິດ 106 ແຫ່ງທີ່ມາຈາກປະເທດລຽບຕາມ "ໜຶ່ງແລວທາງໜຶ່ງເສັ້ນທາງ" ໄດ້ລົງທຶນຢູ່ຄຸນໝິງ, ສິນຄ້າ 100 ກວ່າຊະນິດທີ່ມາຈາກ 21 ແຂວງ ແລະ ນະຄອນຂອງຈີນໄດ້ສົ່ງໄປຍັງເກືອບ 10 ປະເທດແລະເຂດແຄວ້ນຕາມ "ໜຶ່ງແລວທາງໜຶ່ງເສັ້ນທາງ" ລວມທັງໄທ, ມຽນມາ, ລາວ, ມາເລເຊຍ, ກໍາປູເຈຍ, ແລະສິງກະໂປ.
ທາງລົດໄຟຈີນ-ລາວໄດ້ຕິດຕັ້ງ “ເຄື່ອງຈັກ” ໃຫ້ແກ່ການພັດທະນາຂະແໜງການຕ່າງໆທີ່ລຽບຕາມທາງລົດໄຟລາວ-ຈີນ, ທັງໄດ້ເພີ່ມພະລັງຊີວິດໃໝ່ໃຫ້ແກ່ການພັດທະນາເສດຖະກິດຂອງເຂດອາຊີຕາເວັນອອກສຽງໃຕ້. ຄຽງຄູ່ກັບການດຳເນີນງານຂອງທາງລົດໄຟລາວ-ຈີນໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ, ທາງລົດໄຟຈີນ-ລາວຈະກາຍເປັນເສັ້ນທາງແຫ່ງການພັດທະນາ, ເສັ້ນທາງແຫ່ງການສ້າງຄວາມຜາສຸກ ແລະ ເສັ້ນທາງແຫ່ງມິດຕະພາບຂອງປະຊາຊົນທັງສອງປະເທດລາວ-ຈີນຢ່າງແນ່ນອນ.